ທ່ານປະທານາທິບໍດີ ປາແລັດສະຕິນ ແຕ່ງຕັ້ງທ່ານ Mustafa ດຳລົງຕຳແໜ່ງນາຍົກລັດຖະມົນຕີຄົນໃໝ່

(VOVWORLD) - ຂໍ້ຕົກລົງແຕ່ງຕັ້ງທ່ານ Mustafa ໄດ້ຍົກອອກມາ ພາຍຫຼັງລັດຖະບານ ປາແລັດສະຕິນ, ພາຍໃຕ້ການນຳພາຂອງທ່ານອະດີດນາຍົກລັດຖະມົນຕີ Mohammad Shtayyeh, ລາອອກຈາກຕຳແໜ່ງເປັນເວລາກວ່າ 2 ອາທິດ
ທ່ານປະທານາທິບໍດີ ປາແລັດສະຕິນ ແຕ່ງຕັ້ງທ່ານ Mustafa ດຳລົງຕຳແໜ່ງນາຍົກລັດຖະມົນຕີຄົນໃໝ່ - ảnh 1ທ່ານປະທານາທິບໍດີ ປາແລັດສະຕິນ Mahmoud Abbas
(ພາບ: AFP/TTXVN)

        ວັນທີ 14 ມີນາ, ທ່ານປະທານາທິບໍດີ ປາແລັດສະຕິນ Mahmoud Abbas ໄດ້ແຕ່ງຕັ້ງທ່ານ Mohammed Mustafa, ທີ່ປຶກສາມີອິດທິພົນຊື່ສຽງໃນຂົງເຂດເສດຖະກິດເປັນເວລາຫຼາຍປີ, ດຳລົງຕຳແໜ່ງນາຍົກລັດຖະມົນຕີຄົນໃໝ່ຂອງປະເທດນີ້ ແລະ ມອບໜ້າທີ່ໃຫ້ທ່ານສ້າງຕັ້ງລັດຖະບານທີ 19 ຂອງອຳນາດການປົກຄອງ ປາແລັດສະຕິນ (PA).

        ຂໍ້ຕົກລົງແຕ່ງຕັ້ງທ່ານ Mustafa ໄດ້ຍົກອອກມາ ພາຍຫຼັງລັດຖະບານ ປາແລັດສະຕິນ, ພາຍໃຕ້ການນຳພາຂອງທ່ານອະດີດນາຍົກລັດຖະມົນຕີ Mohammad Shtayyeh, ລາອອກຈາກຕຳແໜ່ງເປັນເວລາກວ່າ 2 ອາທິດ, ໃນສະພາບການທີ່ເຕັມໄປດ້ວຍສິ່ງທ້າທາຍ ຍ້ອນການຜັນແປຢ່າງສັບສົນຢູ່ເຂດ ກາຊາ, ຝັ່ງຕາເວັນຕົກແມ່ນ້ຳ ຈໍແດນ ແລະ ເຢຢູຊາແລັມ.

        ກ່ຽວກັບສະພາບການສູ້ຮົບຢູ່ເຂດ ກາຊາ, ແຫຼ່ງຂ່າວຈາກຂະແໜງສາທາລະນະສຸກຂອງ ປາແລັດສະຕິນ ໃຫ້ຮູ້ວ່າ, ໃນບັ້ນບຸກໂຈມຕີແກ່ຍາວກວ່າ 5 ເດືອນຜ່ານມາ, ຂອງກອງທັບ ອິດສະຣາແອັນ ໃສ່ເຂດ ກາຊາ, ຈຳນວນຜູ້ເສຍຊີວິດອາດຈະຂຶ້ນເຖິງ 40.000 ຄົນ ແລະ ມີຜູ້ຖືກບາດເຈັບກວ່າ 73.000 ຄົນ. ຜູ້ເສຍຊິວິດ ແລະ ຖືກບາດເຈັບສ່ວນຫຼາຍແມ່ນສາມັນຊົນ, ໃນນັ້ນເດັກນ້ອຍ ແລະ ແມ່ຍິງກວມເອົາກວ່າ 70%.

ຕອບກັບ

ຂ່າວ/ບົດ​ອື່ນ