ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຝ​ຣັ່ງ Emmanuel Macron ເລີ່ມ​ຕົ້ນ​ການ​ຢ້​ຽມ​ຢ​າມ ລັດ​ເຊຍ ແລະ ຢູ​ແກ​ຣນ ເພື່ອ​ແກ​້​ໄຂ​ຄວ​າ​ມ​ເຄັ່ງ​ຕຶງ

(VOVWORLD) -        ວັນທີ 7 ກຸມພາ, ທ່ານປະທານາທິບໍດີ ຝຣັ່ງ Emmanuel Macron ໄດ້ເລີ່ມຕົ້ນການຢ້ຽມຢາມ ລັດເຊຍ ແລະ ຢູແກຣນ ໃນເວລາ 2 ວັນ ເພື່ອມານະພະຍາຍາມ ແກ້ໄຂ ສະພາບການເຄັ່ງຕຶງ. 2 ຫົວຂໍ້ຫຼັກທີ່ທ່ານປະທານາທິບໍດີ Emmanuel Macron ເຕື້ອງເຖິງໃນການຢ້ຽມຢາມຄັ້ງນີ້ແມ່ນການຊຸກຍູ້ປະຕິບັດຂໍ້ຕົກລົງ Minsk ແລະ ບັນຫາຄວາມໝັ້ນຄົງຂອງ ເອີຣົບ.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຝ​ຣັ່ງ Emmanuel Macron ເລີ່ມ​ຕົ້ນ​ການ​ຢ້​ຽມ​ຢ​າມ ລັດ​ເຊຍ ແລະ ຢູ​ແກ​ຣນ ເພື່ອ​ແກ​້​ໄຂ​ຄວ​າ​ມ​ເຄັ່ງ​ຕຶງ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານາທິບໍດີ ຝຣັ່ງ Emmanuel Macron (ພາບ: Le Monde)

ເນື້ອໃນທຳອິດຊຶ່ງ ທ່ານປະທານາທິບໍດີ ຝຣັງ Emmanuel Macron ຈະໄດ້ເຕື້ອງເຖິງແມ່ນຊຸກຍູ້ບັນດາການເຈລະຈາຕາມແບບ Normandy ລວມມີ 4 ຝ່າຍແມ່ນ ເຢລະມັນ, ຝຣັ່ງ, ຣັດເຊຍ ແລະ ຢູແກຣນ ບົນພື້ນຖານຂໍ້ຕົກລົງ Minsk ດ້ວຍບົດບາດເປັນກາງຂອງ ເຢລະມັນ ແລະ ຝຣັ່ງ. ບຸລິມະສິດຂອງ ຝຣັ່ງ ແມ່ນ ຊອກຫາມາດຕະການແກ້ໄຂແບບທີ່ຍືນຍົງໃຫ້ແກ່ການປະທະກັນຢູ່ພາກຕາເວັນອອກ ຢູແກຣນ ໃນການພົບປະ Normandy ໃນວັນທີ 10 ກຸມພາ ຢູ່ນະຄອນຫຼວງ ແບກແລງ, ເຢລະມັນ. ອີກຫົວຂໍ້ໜຶ່ງຄາດວ່າທ່ານປະທານາທິບໍດີ ຈະເຕື້ອງເຖິງແມ່ນສະພາບຄວາມເປັນລະບຽບຮຽບຮ້ອຍຄວາມໝັ້ນຄົງໃໝ່ຂອງ ເອີຣົບ. ຕາມແຈ້ງການຂອງຫ້ອງວ່າການປະທານາທິບໍດີຂອງ ຝຣັ່ງ, ແລ້ວ ຝຣັ່ງ ຈະເລີ່ມຕົ້ນບັນດາການປຶກສາຫາລື ກ່ຽວກັບບັນດາເງື່ອນໄຂຄວາມດຸ່ນດ່ຽງຍຸດທະສາດຢູ່ ເອີຣົບ ແລະ  ລັດເຊຍ ເພື່ອໜູນຊ່ວຍ ເອີຣົບ ຫຼຸດຄວາມສ່ຽງໃນສະພາບຕົວຈິງ ແລະ ຮັບປະກັນຄວາມໝັ້ນຄົງ.

        ພາຍຫຼັງບັນດາການຢ້ຽມຢາມ ຣັດເຊຍ ແລະ ຢູແກຣນ, ທ່ານປະທານາທິບໍດີ ຝຣັ່ງ Emmanuel Macron ຈະໄປນະຄອນຫຼວງ ແບກແລງ ເພື່ອພົບປະກັບທ່ານນາຍົກລັດຖະມົນຕີ ເຢລະມັນ Olaf Scholz ແລະ ທ່ານປະທານາທິບໍດີ ໂປໂລຍ Andrzej Duda ເພື່ອເຈລະຈາກ່ຽວກັບບັນດາມາດຕະການແກ້ໄຂຄວາມເຄັ່ງຕຶງ.

ຕອບກັບ

ຂ່າວ/ບົດ​ອື່ນ