ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ Macron: ຈະ​ບໍ່ແຕ່ງ​ຕັ້ງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ໃໝ່ ຈົນ​ຮອ​ດ​ເວ​ລາ​ Olympic Paris ອັດ​ລົງ

(VOVWORLD) - ວັນທີ 23 ກໍລະກົດ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron, ຢັ້ງຢືນວ່າ ຈະໃຫ້ບຸລິມະສິດສູງສຸດໃຫ້ແກ່ງານມະຫາກຳກິລາ - Olympic Paris 2024 ແລະ ຈະບໍ່ແຕ່ງຕັ້ງທ່ານນາຍົກລັດຖະມົນຕີຄົນໃໝ່ຈົນຮອດເມື່ອເຫດການດັ່ງກ່າວອັດລົງໃນວັນທີ 11 ສິງຫາ.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ Macron: ຈະ​ບໍ່ແຕ່ງ​ຕັ້ງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ໃໝ່ ຈົນ​ຮອ​ດ​ເວ​ລາ​ Olympic Paris ອັດ​ລົງ - ảnh 1ທ່ານປະທານາທິບໍດີ ຝລັ່ງ Emmanuel Macron (ພາບ: France Info)

ຖະແຫຼງການດັ່ງກ່າວ ໂດຍທ່ານ Emmanuel Macron ຍົກອອກມາໃນການໃຫ້ສຳພາດນັກຂ່າວຊ່ອງໂທລະພາບ France 2 ໃນຕອນຄ່ຳວັນທີ 23 ກໍລະກົດ. ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ຖືວ່າ ເຖິງວ່າສຳພັນທະມິດຝ່າຍຊ້າຍ ແນວໂຮມນິຍົມໃໝ່ (NFP) ຍາດໄດ້ໄຊຊະນະໃນການເລືອກຕັ້ງ ກໍຕາມ, ແຕ່ບໍ່ໄດ້ຮັບການສະໜັບສະໜູນຢ່າງຂາດຂັ້ນ ແລະ ຍັງຄົງມີຄວາມບໍ່ລົງລອຍກັນ ແລະ ແບ່ງແຍກພາຍໃນ. ສຳລັບສະພາບການສະພາແຫ່ງຊາດ ຝລັ່ງ ສ້າງຕັ້ງ 3 ສຳພັນທະມິດການເມືອງຈຳນວນສ່ວນໜ້ອຍ ດ້ວຍກຳລັງທີ່ບໍ່ມີຄວາມຫຼຸດລື່ນກັນຫຼາຍໃນປັດຈຸບັນ, ທ່ານ Macron ຕີລາຄາວ່າ ຈະບໍ່ມີນາຍົກລັດຖະມົນຕີຄົນໃໝ່ໃດ ຫຼື ສຳພັນທະມິດການເມືອງໃດ ສາມາດຊຸກຍູ້ໂຄງການການເມືອງຂອງຕົນໄດ້.

ນັກຂ່າວ VOV ປະຈຳ ຝລັ່ງ


ຕອບກັບ

ຂ່າວ/ບົດ​ອື່ນ