ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ ຢັ້ງ​ຢືນ​ວ່າ ຈະ​ບໍ່​ປ່ຽນ​ແທນ​ລັດ​ຖະ​ບານ ແລະ ບໍ່​ຍຸບ​ເລີກ​ສະ​ພາ​ແຫ່ງ​ຊາດ

(VOVWORLD) -ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ໄດ້ຊີ້ໃຫ້ເຫັນຢ່າງຈະແຈ້ງແຜນການຮັກສາລັດຖະບານປັດຈຸບັນ ແລະ ບໍ່ຍຸບເລີກສະພາແຫ່ງຊາດ ໃນສະພາບການ ໂຄງການປະຕິຮູບນະໂຍບາຍພັກກິນເບ້ຍບຳນານຂອງລັດຖະບານ ປະເຊີນໜ້າກັບການຄັດຄ້ານຈາກມະຫາຊົນ ພາໃຫ້ເກີດການແຫ່ຂະບວນປະທ້ວງ ແລະ ນັດຢຸດງານ ເຮັດໃຫ້ຊີວິດເສດຖະກິດ ແລະ ສັງຄົມຖືກຢຸດສະງັກ.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ ຢັ້ງ​ຢືນ​ວ່າ ຈະ​ບໍ່​ປ່ຽນ​ແທນ​ລັດ​ຖະ​ບານ ແລະ ບໍ່​ຍຸບ​ເລີກ​ສະ​ພາ​ແຫ່ງ​ຊາດ - ảnh 1ທ່ານປະທານາທິບໍດີ ຝລັ່ງ Emmanuel Macron (ພາບ: TTXVN)

ໃນກອງປະຊຸມທີ່ຈັດຂຶ້ນຢູ່ທຳນຽບປະທານາທິບໍດີ ຝລັ່ງ ໃນວັນທີ 21 ມີນາ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ໄດ້ຊີ້ໃຫ້ເຫັນຢ່າງຈະແຈ້ງແຜນການຮັກສາລັດຖະບານປັດຈຸບັນ ແລະ ບໍ່ຍຸບເລີກສະພາແຫ່ງຊາດ ໃນສະພາບການ ໂຄງການປະຕິຮູບນະໂຍບາຍພັກກິນເບ້ຍບຳນານຂອງລັດຖະບານ ປະເຊີນໜ້າກັບການຄັດຄ້ານຈາກມະຫາຊົນ ພາໃຫ້ເກີດການແຫ່ຂະບວນປະທ້ວງ ແລະ ນັດຢຸດງານ ເຮັດໃຫ້ຊີວິດເສດຖະກິດ ແລະ ສັງຄົມຖືກຢຸດສະງັກ. ທ່ານ Macron ໃຫ້ຮູ້ວ່າ ຈະຮຽກຮ້ອງໃຫ້ຖັນແຖວຂອງຕົນນຳສະເໜີແນວຄວາມຄິດ “ໃນຮອບເວລາ 2 – 3 ອາທິດ ຈະມາເຖິງ”, ບໍ່ເວັ້ນເສຍກໍລະນີປະຕິບັດ “ປ່ຽນແປງແບບວິທີ ແລະ ໂຄງການປະຕິຮູບ”.

        ການປະຕິຮູບນະໂຍບາຍພັກກິນເບ້ຍບຳນານ ສະເໜີໃຫ້ເພີ່ມອາຍຸທີ່ໄດ້ພັກບຳນານ ແຕ່ 62 ປີ ຂຶ້ນເປັນ 64 ປີ. ລັດຖະບານ ຝລັ່ງ ຢັ້ງຢືນວ່າ ການປະຕິຮູບນະໂຍບາຍນີ້ແມ່ນຈຳເປັນເພື່ອບໍ່ຢາກຍູ້ລະບົບເບ້ຍບຳນານຕົກເຂົ້າສູ່ສະພາບຂາດດຸນ, ແລ້ວຕ້ອງຍົກອາຍຸພັກບຳນານຢູ່ ຝລັ່ງ ຂຶ້ນລະດັບຄ້າຍຄືກັນກັບບັນດາປະເທດບ້ານໃກ້ເຮືອນຄຽງຢູ່ ເອີຣົບ.

ຕອບກັບ

ຂ່າວ/ບົດ​ອື່ນ