ທ່ານປະທານາທິບໍດີ ຟີລິບປິນ ຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ: ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຟີລິບປິນ

(VOVWORLD) - ການຢ້ຽມຢາມຈະຢັ້ງຢືນຄືນໃໝ່ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງໜັກແໜ້ນລະຫວ່າງສອງປະເທດ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຢູ່ໃນລະດັບສູງສຸດ, ສ້າງກຳລັງໜູນຊຸກຍູ້ການຮ່ວມມືສອງຝ່າຍໃນທຸກຂົງເຂດ, ຜ່ານຊ່ອງທາງພັກ, ລັດຖະບານ, ລັດ, ສະພາແຫ່ງຊາດ ແລະ ປະຊາຊົນ.
ທ່ານປະທານາທິບໍດີ ຟີລິບປິນ ຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ: ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຟີລິບປິນ - ảnh 1ທ່ານປະທານາທິບໍດີ  ຟິລິບປິນ Ferdinand Romualdez Marcos Jr.

ວັນທີ 29 ມັງກອນ, ທ່ານປະທານາທິບໍດີ  ຟິລິບປິນ Ferdinand Romualdez Marcos Jr. ແລະ ພັນລະຍາ ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ຢູ່ຫວຽດນາມ ໃນລະຫວ່າງວັນທີ 29 – 30 ມັງກອນ, ຕາມຄຳເຊີນຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ພັນລະຍາ.

ເມື່ອແລກປ່ຽນກັບສື່ມວນຊົນກ່ຽວກັບເຫດການນີ້, ທ່ານ ລ້າຍທ໋າຍບິ່ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຟິລິບປິນ ໄດ້ເນັ້ນໜັກວ່າ: ການຢ້ຽມຢາມຈະຢັ້ງຢືນຄືນໃໝ່ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງໜັກແໜ້ນລະຫວ່າງສອງປະເທດ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຢູ່ໃນລະດັບສູງສຸດ, ສ້າງກຳລັງໜູນຊຸກຍູ້ການຮ່ວມມືສອງຝ່າຍໃນທຸກຂົງເຂດ, ຜ່ານຊ່ອງທາງພັກ, ລັດຖະບານ, ລັດ, ສະພາແຫ່ງຊາດ ແລະ ປະຊາຊົນ. ການຢ້ຽມຢາມກໍ່ມີຄວາມໝາຍສຳຄັນສຳລັບການເພີ່ມທະວີຄວາມສາມັກຄີ ອາຊຽນ ແລະ ບົດບາດໃຈກາງຂອງອາຊຽນ. ຜ່ານການຢ້ຽມຢາມ, ການຮ່ວມມືຍຸດທະສາດລະຫວ່າງສອງປະເທດຈະໄດ້ຮັບການປັບປຸງຢ່າງຮອບດ້ານ, ນຳມາເຊິ່ງຜົນປະໂຫຍດທີ່ແທດຈິງໃຫ້ແກ່ສອງປະເທດ, ປະກອບສ່ວນສຳຄັນເຂົ້າໃນການສ້າງ ແລະ ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ການຮ່ວມມືພ້ອມກັນພັດທະນາຢູ່ພາກພື້ນກໍ່ຄືໃນໂລກ. ທ່ານເອກອັກຄະລັດຖະທູດ ລ້າຍທ໋າຍບິ່ງ ໃຫ້ຮູ້ວ່າ: ຄາດວ່າ, ໃນຂອບເຂດການຢ້ຽມຢາມ, ການນຳຂັ້ນສູງສອງປະເທດຈະເປັນສັກຂີພິຍານພິທີລົງນາມຂໍ້ຕົກລົງສຳຄັນບາງສະບັບໃນຂົງເຂດຕ່າງໆ ຄື: ການເມືອງ - ການປ້ອງກັນຄວາມສະຫງົບ, ເສດຖະກິດ - ການຄ້າ, ວັດທະນະທຳ, ການສຶກສາ, ການທ່ອງທ່ຽວ, ຮ່ວມມືໃນການພັດທະນາກະສິກຳ ແລະ ຄ້ຳປະກັນດ້ານສະບຽງອາຫານ.

 

ຕອບກັບ

ຂ່າວ/ບົດ​ອື່ນ