ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ Zelensky ຢ້ຽມ​ຢາມ ອັງ​ກິດ ໂດຍ​ບັງ​ເອີນ

(VOVWORLD) - ວັນທີ 8 ກຸມພາ, ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໄດ້ເດີນທາງໄປ ອັງກິດ, ເຊິ່ງເປັນປະເທດທຳອິດໃນການເດີນທາງໄປປະຕິບັດງານຢູ່ຕ່າງປະເທດ ຄັ້ງທີ 2 ຂອງທ່ານ  ນັບແຕ່ເມື່ອ ລັດເຊຍ ປຸກລະດົມບັ້ນຮົບການທະຫານພິເສດຢູ່ ຢູແກຼນ ໃນວັນທີ 24 ກຸມພາ 2022.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ Zelensky ຢ້ຽມ​ຢາມ ອັງ​ກິດ ໂດຍ​ບັງ​ເອີນ - ảnh 1ທ່ານນາຍົກລັດຖະມົນຕີ ອັງກິດ Rishi Sunak (ເບື້ອງຊ້າຍ)  ແລະ ປະທານາທິບໍດີ ຢູແກຼນ Volodymyr Zelensky ໃນພົບປະກັນຢູ່ ລອນດອນ ໃນວັນທີ 8/2/2023 (ພາບ: AFP/ TTXVN)

ທ່ານປະທານາທິບໍດີ Zelensky  ໄດ້ເອົາຮູບຂອງທ່ານ ພ້ອມກັບທ່ານນາຍົກລັດຖະມົນຕີ ອັງກິດ Rishi Sunak ຢູ່ສະໜາມບິນ Stansted ລົງໃນສື່ສັງຄົມອອນລາຍ, ແລະ ໃຫ້ຮູ້ວ່າ: ລາຊະອານາຈັກອັງກິດ ແມ່ນໜຶ່ງໃນບັນດາປະເທດທຳອິດທີ່ໃຫ້ການຊ່ວຍເຫຼືອ ຢູແກຼນ. ໃນໄລຍະຢູ່ຢ້ຽມຢາມ ອັງກິດ, ທ່ານ Zelensky ໄດ້ພົບປະກັບກະສັດ Charles III, ກ່າວຄຳເຫັນຕໍ່ສະພາແຫ່ງຊາດ ແລະ ຢ້ຽມຢາມນາຍທະຫານ ຢູແກຼນ ທີ່ພວມຝຶກແອບຢູ່ ອັງກິດ.

        ເນື່ອງໃນໂອກາດນີ້, ອັງກິດ ກໍໄດ້ປະກາດບັນດາມາດຕະການລົງໂທດໃໝ່ສຳລັບ 6 ອົງການຈັດຕັ້ງຂອງ ລັດເຊຍ ທີ່ໄດ້ສະໜອງອຸປະກອນການທະຫານໃຫ້ແກ່ກອງທັບ.

        ຕອນຄ່ຳວັນທີ 8 ກຸມພາ, ທ່ານ Zelensky ໄດ້ເດີນທາງໄປ ປາຣີ (ປະເທດ ຝລັ່ງ) ພົບປະກັບທ່ານປະທານາທິບໍດີ Emmanuel Macron ແລະ ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz. ວັນທີ 9 ກຸມພາ, ທ່ານ Zelensky ເດີນທາງໄປ ບຣຸກແຊນ (ແບນຊິກ) ແລະ ຄາດວ່າ ຈະເຂົ້າຮ່ວມກອງປະຊຸມສຸດຍອດ ສະຫະພາບເອີຣົບ (ອີຢູ). ດຳເນີນໃນວັນທີ 9 – 10 ກຸມພາ, ກອງປະຊຸມຈະປຶກສາຫາລືກ່ຽວກັບບັນຫາ ຢູແກຼນ ແລະ ປະຕິກິລິຍາຂອງ ເອີຣົບ ຕໍ່ບັນດາໂຄງການໜູນຊ່ວຍຂອງ ອາເມລິກາ ແລະ ບັນຫາ ອົບພະຍົບ.


ຕອບກັບ

ຂ່າວ/ບົດ​ອື່ນ