ທ່ານປະທານາທິບໍດີ ຢູແກຼນ ຫວັງວ່າຈະແກ້ໄຂການປະທະກັນຜ່ານການເຈລະຈາ

(VOVWORLD) -ການປະທະກັນໃນປະຈຸບັນຢູ່ປະເທດນີ້ ແກ້ໄຂໄດ້ພຽງແຕ່ຜ່ານການເຈລະຈາໂດຍກົງລະຫວ່າງທ່ານ ແລະ ຄູ່ຕຳແໜ່ງ ລັດເຊຍ ທ່ານ Vladimir Putin ເທົ່ານັ້ນ.
ທ່ານປະທານາທິບໍດີ ຢູແກຼນ ຫວັງວ່າຈະແກ້ໄຂການປະທະກັນຜ່ານການເຈລະຈາ - ảnh 1ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky
(ພາບປະກອບ: TASS)

ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ຖືວ່າ, ການປະທະກັນໃນປະຈຸບັນຢູ່ປະເທດນີ້ ແກ້ໄຂໄດ້ພຽງແຕ່ຜ່ານການເຈລະຈາໂດຍກົງລະຫວ່າງທ່ານ ແລະ ຄູ່ຕຳແໜ່ງ ລັດເຊຍ ທ່ານ Vladimir Putin ເທົ່ານັ້ນ.

        ເມື່ອຕອບສຳພາດຕໍ່ໜັງສືພິມ Bild ຂອງ ເຢຍລະມັນ, ທ່ານປະທານາທິບໍດີ Zelensky ໄດ້ເນັ້ນໜັກເຖິງເປົ້າໝາຍຂອງທ່ານບໍ່ວ່າໃນການເຈລະຈາໃດກໍ່ແມ່ນຢຸດຕິການປະທະກັນ. ທ່ານຢືນຢັນວ່າ ພ້ອມແລ້ວທີ່ຈະເຈລະຈາ ແລະ ປະນີປະນອມ, ພ້ອມທັງຫວັງວ່າ ບັນດາຝ່າຍທີ່ກ່ຽວຂ້ອງກໍ່ມີທັດສະນະເຊັ່ນດຽວກັນ. ຕາມທ່ານປະທານາທິບໍດີ ຢູແກຼນ ແລ້ວ, ການເຈລະຈາແມ່ນມາດຕະການແກ້ໄຂໜຶ່ງດຽວໃຫ້ແກ່ສະພາບການໃນປະຈຸບັນ, ເຖິງວ່າຍັງຫຍຸ້ງຍາກທີ່ສຸດ ແລະ ຍັງໄວຢູ່ທີ່ເວົ້າລາຍລະອຽດ. ມາຮອດປະຈຸບັນ, ຍັງບໍ່ທັນມີການພົບປະໃດລະຫວ່າງປະທານາທິບໍດີ 2 ປະເທດ ນັບແຕ່ເມື່ອ ລັດເຊຍ ປຸກລະດົມບັ້ນຮົບການທະຫານພິເສດຢູ່ ຢູແກຼນ ແຕ່ວັນທີ 24 ກຸມພາ ມານີ້.

ຕອບກັບ

ຂ່າວ/ບົດ​ອື່ນ