ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ EU

(VOVWORLD) -ທ່ານປະທານສະພາເອີຣົບ ໄດ້ເຊີນທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ເຂົ້າຮ່ວມກອງປະຊຸມສຸດຍອດສະຫະພາບເອີຣົບ (EU) ແບບເຊິ່ງໜ້າ ເຊິ່ງຄາດວ່າຈະຈັດຂຶ້ນຢູ່ນະຄອນຫຼວງ ບຣຸກແຊນ, ປະເທດ ແບນຊິກ ໃນວັນທີ 9 – 10 ກຸມພາ.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ EU - ảnh 1ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky (ເບື້ອງຂວາ) ແລະ ປະທານສະພາເອີຣົບ Charles Michel  ໃນການຖະແຫຼງຂ່າວຮ່ວມ ຢູ່  Kiev, ໃນວັນທີ 19/1/2023 (ພາບ: AFP/TTXVN)

ໃນສື່ສັງຄົມອອນລາຍ Twitter, ທ່ານ Barend Leyts ໂຄສົກຂອງປະທານສະພາເອີຣົບ, ວັນທີ 07 ກຸມພາ ແຈ້ງໃຫ້ຊາບວ່າ ທ່ານປະທານສະພາເອີຣົບ ໄດ້ເຊີນທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ເຂົ້າຮ່ວມກອງປະຊຸມສຸດຍອດສະຫະພາບເອີຣົບ (EU) ແບບເຊິ່ງໜ້າ ເຊິ່ງຄາດວ່າຈະຈັດຂຶ້ນຢູ່ນະຄອນຫຼວງ ບຣຸກແຊນ, ປະເທດ ແບນຊິກ ໃນວັນທີ 9 – 10 ກຸມພາ.

        ຖ້າທ່ານ Zelensky ໄປຢ້ຽມຢາມ ບຣຸກແຊນ, ນີ້ຈະແມ່ນການຢ້ຽມຢາມ ອີຢູ ຄັ້ງທຳອິດ ແລະ ແມ່ນການໄປປະຕິບັດງານຢູ່ຕ່າງປະເທດເທື່ອທີ 2 ຂອງທ່ານ Zelensky ນັບແຕ່ເມື່ອ ລັດເຊຍ - ຢູແກຼນ ເກີດການປະທະກັນໄດ້ເກືອບ 1 ປີ. ກ່ອນໜ້ານັ້ນ, ເດືອນ 12 ປີ 2022, ທ່ານ Zelensky ໄດ້ເດີນທາງໄປຢ້ຽມຢາມ ວໍຊິງຕັນ, ພົບປະກັບທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ມີບົດກ່າວປາໄສຕໍ່ສະພາແຫ່ງຊາດ ອາເມລິກາ.

        ທີ່ກອງປະຊຸມສຸດຍອດ ອີຢູ ຄັ້ງນີ້, ການນຳບັນດາປະເທດ ອີຢູ ຈະປຶກສາຫາລືກ່ຽວກັບບັນດາບັນຫາ ເສດຖະກິດ, ການອົບພະຍົບ, ກໍຄືເລື່ອງສືບຕໍ່ໜູນຊ່ວຍ ຢູແກຼນ ໃນການປະທະກັນປັດຈຸບັນ.


ຕອບກັບ

ຂ່າວ/ບົດ​ອື່ນ