ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ ໄປ​ຢ້ຽມ​ຢາມ ບູນ​ກາ​ລີ ແລະ ສ.ເຊັກ​ໂກ

(VOVWORLD) - ທ່ານ Volodymyr Zelensky ປະທານາທິບໍດີ ຢູແກຼນ ໄດ້ເດີນທາງໄປຮອດ  ບູນກາລີ ແລະ ໄດ້ເຂົ້າຮ່ວມບັນດາການປຶກສາຫາລືກັບວົງການການນຳປະເທດນີ້ກ່ຽວກັບຫຼາຍບັນຫາ
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ ໄປ​ຢ້ຽມ​ຢາມ ບູນ​ກາ​ລີ ແລະ ສ.ເຊັກ​ໂກ - ảnh 1ທ່ານ Volodymyr Zelensky ປະທານາທິບໍດີ ຢູແກຼນ (ພາບ: Getty Images)

ວັນທີ 6 ກໍລະກົດ, ທ່ານ Volodymyr Zelensky ປະທານາທິບໍດີ ຢູແກຼນ ໄດ້ເດີນທາງໄປຮອດ  ບູນກາລີ ແລະ ໄດ້ເຂົ້າຮ່ວມບັນດາການປຶກສາຫາລືກັບວົງການການນຳປະເທດນີ້ກ່ຽວກັບຫຼາຍບັນຫາລວມມີ: ການເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ, ຢູແກຼນ ເຊື່ອມໂຍງເຂົ້າ ເອີລົບ - ມະຫາສະມຸດອັກລັງຕິກ, ບັນດາເນື້ອໃນຂອງກອງປະຊຸມສຸດຍອດ NATO, ການຮັບປະກັນຄວາມໝັ້ນຄົງ ແລະ ການປະຕິບັດວິທີການສ້າງສັນຕິພາບ ເພື່ອຢຸດຕິການປະທະກັນ ລະຫວ່າງ ລັດເຊຍ - ຢູແກຼນ. ໃນຂອບເຂດການຢ້ຽມຢາມຂອງການນຳ ຢູແກຼນ, ສອງຝ່າຍໄດ້ລົງນາມຖະແຫຼງການຮ່ວມກ່ຽວກັບເລື່ອງ ຢູແກຼນ ເຊື່ອມໂຍງກັບ ເອີລົບ - ມະຫາສະມຸດອັດລັງຕິກ ແລະ ບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືໃນຂົງເຂດພະລັງງານ. ຕໍ່ຈາກນັ້ນ, ໃນຕອນຄ່ຳວັນທີ 6 ກໍລະກົດ, ທ່ານ Volodymyr Zelensky ປະທານາທິບໍດີ ຢູແກຼນ ໄດ້ເດີນທາງໄປຍັງ Praha, ສ.ເຊັກໂກ.

ຕອບກັບ

ຂ່າວ/ບົດ​ອື່ນ