ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Putin ຢັ້ງ​ຢືນ ລັດ​ເຊຍ​ຈະ​ສືບ​ຕໍ່​ເຈ​ລະ​ຈາ​ກັບ ອາ​ເມ​ລິ​ກາ

(VOVWORLD) -ວັນທີ 8 ທັນວາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ຖະແຫຼງວ່າ ລັດເຊຍ ຈະສົ່ງຂໍ້ສະເໜີໄປຍັງ ວໍຊິງຕັນ ໃນເວລາ 1 ອາທິດຈະມາເຖິງ, ເພື່ອເຊື່ອມຕໍ່ການເຈລະຈາແບບທາງໄກ ລະຫວ່າງ ທ່ານ ກັບ ທ່ານປະທານາທິບໍດີ ອາເມລິກາ Joe Biden ທີ່ໄດ້ດຳເນີນກ່ອນນັ້ນ 1 ວັນ.

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Putin ຢັ້ງ​ຢືນ ລັດ​ເຊຍ​ຈະ​ສືບ​ຕໍ່​ເຈ​ລະ​ຈາ​ກັບ ອາ​ເມ​ລິ​ກາ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ຖະແຫຼງວ່າ ລັດເຊຍ ເຈລະຈາແບບທາງໄກ ກັບ ທ່ານປະທານາທິບໍດີ ອາເມລິກາ Joe Biden (ພາບ: Sputnik)

ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານປະທານາທິບໍດີ Putin ຕີລາຄາວ່າ ການເຈລະຈາດັ່ງກ່າວໄດ້ດຳເນີນຢ່າງ “ເປີດອົກເປີດໃຈ ແລະ ມີລັກສະນະສ້າງສັນ”, ໃນນັ້ນສິ່ງສຳຄັນແມ່ນ ອາດສາມາດຮັກສາການການເຈລະຈາລະຫວ່າງສອງຝ່າຍໄດ້. ທ່ານເນັ້ນໜັກວ່າ ລັດເຊຍ ມີນະໂຍບາຍທາງການທູດແບບສັນຕິ, ແຕ່ກໍ່ມີສິດປົກປ້ອງຄວາມໝັ້ນຄົງແຫ່ງຊາດ.

ວັນທີ 7 ທັນວາ ທ່ານປະທານາທິບໍດີ Vladimir Putin ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ດຳເນີນການເຈລະຈາທາງໄກ ໃນເວລາກ່ວາ 2 ຊົ່ວໂມງ ດ້ວຍຫົວຂໍ້ຫຼັກແມ່ນສະພາບການຢູ່ ຢູແກຼນ. ນອນຈາກນັ້ນ, ການນຳສອງທ່ານກໍ່ໄດ້ປຶກສາຫາລືກ່ຽວກັບການພົວພັນສອງຝ່າຍ, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ແລະ ຂໍ້ຕົກລົງດ້ານນິວເຄຼຍອີຣານ.

ຕອບກັບ

ຂ່າວ/ບົດ​ອື່ນ