ທ່ານປະທານາທິບໍດີ ລັດເຊຍ Putin ຢືນຢັນຄວາມພ້ອມນການປຶກສາຫາລືບັນດາຂໍ້ຕົກລົງທັນຍາພືດຢູ່ທະເລດຳ

(VOVWORLD) - 2 ຝ່າຍຈະປຶກສາຫາລືກ່ຽວກັບສະພາບການຢູ່ ຢູແກຼນ ແລະ ມົດສະກູ ພ້ອມແລ້ວທີ່ຈະປຶກສາຫາລືກ່ຽວກັບຂໍ້ຕົກລົງດ້ານທັນຍາພືດ.
ທ່ານປະທານາທິບໍດີ ລັດເຊຍ Putin ຢືນຢັນຄວາມພ້ອມນການປຶກສາຫາລືບັນດາຂໍ້ຕົກລົງທັນຍາພືດຢູ່ທະເລດຳ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານາທິບໍດີ ຕວກກີ Recep Tayyip Erdogan
(ພາບ: AP)

            ວັນທີ 04 ກັນຍາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານາທິບໍດີ ຕວກກີ Recep Tayyip Erdogan ໄດ້ດຳເນີນການພົບປະສຸດຍອດຢູ່ນະຄອນ Sochi, ໃນນັ້ນ, ການນຳ ຕວກກີ ພະຍາຍາມເຮັດໃຫ້ ລັດເຊຍ ປ່ຽນໃຈກັບຄືນສູ່ສັນຍາວ່າດ້ວຍບັນຫາທັນຍາພືດຢູ່ທະເລດຳ. ກ່າວຄຳເຫັນເປີດສາກການພົບປະ, ທ່ານປະທານາທິບໍດີ Putin ໃຫ້ຮູ້ວ່າ: 2 ຝ່າຍຈະປຶກສາຫາລືກ່ຽວກັບສະພາບການຢູ່ ຢູແກຼນ ແລະ ມົດສະກູ ພ້ອມແລ້ວທີ່ຈະປຶກສາຫາລືກ່ຽວກັບຂໍ້ຕົກລົງດ້ານທັນຍາພືດ. ທ່ານຍັງສະແດງຄວາມຫວັງວ່າ 2 ຝ່າຍຈະສຳເລັດການເຈລະຈາກ່ຽວກັບການກໍ່ສ້າງສູນອາຍແກັສທຳມະຊາດຢູ່ ຕວກກີ. ສ່ວນທ່ານປະທານາທິບໍດີ Erdogan ຖືວ່າ: ແລວເສດຖະກິດສົ່ງອອກທັນຍາພືດຂອງ ຢູແກຼນ ແມ່ນບັນຫາສຳຄັນທີ່ສຸດໃນການເຈລະຈາກັບຄູ່ຮ່ວມຕຳແໜ່ງ ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ