ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ຈະ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ຕາ​ເວັນ​ອອກ ຄັ້​ງ​ທີ 6

(VOVWORLD) -ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຈະເຂົ້າຮ່ວມເວທີປາໄສເສດຖະກິດຕາເວັນອອກ (EEF) ຄັ້ງທີ 6 ດ້ວຍຫົວຂໍ້ “ໂອກາດໃໝ່ໃຫ້ແກ່ເຂດຕາເວັນອອກໄກໃນໂລກແຫ່ງການປ່ຽນແປງ” ເຊິ່ງຈະດຳເນີນໃນລະຫວ່າງວັນທີ 2 – 04/09 ຢູ່ເກາະ Russkyi ຢູ່ Vladivostok, ສະຫະພັນ ລັດເຊຍ.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin  ຈະ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ຕາ​ເວັນ​ອອກ ຄັ້​ງ​ທີ 6 - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: THX/TTXVN)

ໃນຂອບເຂດເວທີປາໄສນີ້, ວັນທີ 3 ກັນຍາ, ທ່ານປະທານາທິບໍດີ Putin ຈະມີບົດກ່າວປາໄສໃນວາລະປະຊຸມຄົບຄະນະ, ພ້ອມດຽວກັນນັ້ນ ກໍຍັງມີການເຂົ້າຮ່ວມໂດຍກົງຂອງທ່ານປະທານາທິບໍດີ ສາທາລະນະລັດ ກາຊັກສະຖານ Kassym – Zhomart Tokayev; ທ່ານປະທານາທິບໍດີ ມົງໂກນ Ukhnagiin Khurelsukh.

        ທ່ານປະທານາທິບໍດີ Putin ກໍປຶກສາຫາລືແບບທາງໄກ ກັບນັກປະຖະກະຖາ ແລະ ຜູ້ດຳເນີນລາຍການໃນບັນດາເວລະປະຊຸມສຳຄັນຂອງເວທີປາໄສ.

        ໂຄງການດຳເນີນງານຂອງເວທີປາໄສ ລວມມີການເຈລະຈາກ່ຽວກັບການດຳເນີນທຸລະກິດ ກັບບັນດາປະເທດຄູ່ຮ່ວມມືແຖວໜ້າໃນພາກພື້ນ ອາຊີ - ປາຊີຟິກ, ໃນນັ້ນ ມີບັນດາປະເທດສະມາຊິກ ອາຊຽນ - ຄູ່ຮ່ວມມືສຳຄັນຂອງ ລັດເຊຍ ໃນພາກພື້ນ.


ຕອບກັບ

ຂ່າວ/ບົດ​ອື່ນ