ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຢູ່ ສປ​ປ.ເກົາຫຼີ

(VOVWORLD) - ການຢ້ຽມຢາມ ສປປ.ເກົາຫຼີ ຄັ້ງນີ້ ຈະນຳການຮ່ວມມືສອງຝ່າຍຂຶ້ນສູ່ລະດັບສູງໃໝ່ ດ້ວຍຄວາມມານະພະຍາຍາມລວມຂອງສອງປະເທດ, ຊ່ວຍພັດທະນາການຮ່ວມມືແບບສະເໝີພາບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ປັບປຸງອະທິປະໄຕ ແລະ ເຮັດໃຫ້ການພົວພັນໃນບັນດາຂົງເຂດການຄ້າ, ເສດຖະກິດ ແລະ ມະນຸດສະທຳເລິກເຊິ່ງກວ່າອີກ.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຢູ່ ສປ​ປ.ເກົາຫຼີ    - ảnh 1ທ່ານປະທານປະເທດ Kim Jong – un ຕ້ອນຮັບທ່ານປະທານາທິບໍດີ Putin ຢູ່ສະໜາມບິນສາກົນ ພຽງຢາງ (ພາບ: AA/TTXVN)

ຕອນເຊົ້າວັນທີ 19 ມິຖຸນາ ຕາມເວລາທ້ອງຖິ່ນ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ເດີນທາງໄປຍັງ ພຽງຢາງ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ ສປປ.ເກົາຫຼີ. ທ່ານເລຂາທິການໃຫຍ່ພັກແຮງງານ ສປປ.ເກົາຫຼີ, ທ່ານປະທານປະເທດ Kim Jong – un  ໄດ້ເດີນທາງໄປຮອດສະໜາມບິນສາກົນ ພຽງຢາງ ຕ້ອນຮັບທ່ານປະທານາທິບໍດີ Putin. ກ່າວຄຳເຫັນນະທີ່ນີ້, ການນຳ ສປປ.ເກົາຫຼີ ໃຫ້ຮູ້ວ່າ ທ່ານມີຄວາມປິຕິຊົມຊື່ນທີ່ໄດ້ພົບກັບທ່ານປະທານາທິບໍດີ Putin ຢູ່ ພຽງຢາງ ພາຍຫຼັງໄລຍະເວລາກວ່າ 270 ວັນ.

        ນີ້ແມ່ນການຢ້ຽມຢາມ ສປປ.ເກົາຫຼີ ຄັ້ງທຳອິດຂອງທ່ານປະທານາທິບໍດີ ລັດເຊຍ Vladimir Putin ພາຍຫຼັງ 24 ປີ. ຕາມບົດຂຽນທີ່ໄດ້ເອົາລົງໃນສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ກ່ອນດຳເນີນການຢ້ຽມຢາມ, ທ່ານປະທານາທິບໍດີ Putin ໃຫ້ຮູ້ວ່າ ການຢ້ຽມຢາມ ສປປ.ເກົາຫຼີ ຄັ້ງນີ້ ຈະນຳການຮ່ວມມືສອງຝ່າຍຂຶ້ນສູ່ລະດັບສູງໃໝ່ ດ້ວຍຄວາມມານະພະຍາຍາມລວມຂອງສອງປະເທດ, ຊ່ວຍພັດທະນາການຮ່ວມມືແບບສະເໝີພາບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ປັບປຸງອະທິປະໄຕ ແລະ ເຮັດໃຫ້ການພົວພັນໃນບັນດາຂົງເຂດການຄ້າ, ເສດຖະກິດ ແລະ ມະນຸດສະທຳເລິກເຊິ່ງກວ່າອີກ. ທ່ານກໍຖະແຫຼງວ່າ ລັດເຊຍ ພ້ອມແລ້ວທີ່ຈະຮ່ວມມືກັບ ສປປ.ເກົາຫຼີ ຢ່າງແໜ້ນແຟ້ນ ເພື່ອນຳມາເຊິ່ງ “ລັກສະນະປະຊາທິປະໄຕ ແລະ ມີສະຖຽນລະພາບກວ່າ ໃຫ້ແກ່ການພົວພັນສາກົນ”. ສອງປະເທດກໍ “ຈະພັດທະນາບັນດາກົນໄກການຄ້າ ແລະ ຊຳລະທົດແທນ ໂດຍບໍ່ຍອມຖືກການຄວບຄຸມຈາກຝ່າຍຕາເວັນຕົກ, ພ້ອມກັນຄັດຄ້ານທຸກຂໍ້ຈຳກັດຕາມລຳພັງຝ່າຍດຽວແບບຜິດກົດໝາຍ, ສ້າງໂຄງສ້າງຄວາມໝັ້ນຄົງແບບສະເໝີພາບ ແລະ ບໍ່ແບ່ງແຍກຢູ່ທະວີບ ອາຊີ - ເອີຣົບ.

ບິກທ້ວນ - ນັກຂ່າວ VOV ປະຈຳ ຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ