ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ອ​ວ​ຍ​ພອນ​ປ​ີ​ໃໝ່ ຫວຽດ​ນາມ

(VOVWORLD) - ໃນບັນຍາກາດປີໃໝ່ 2022 ຈະມາຮອດ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ສົ່ງໂທລະເລກອວຍພອນເຖິງປະມຸກລັດຕ່າງປະເທດຈຳນວນໜຶ່ງ, ໃນນັ້ນມີການນຳພັກ ແລະ ລັດ ຫວຽດນາມ.


ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ອ​ວ​ຍ​ພອນ​ປ​ີ​ໃໝ່ ຫວຽດ​ນາມ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: Kremlin.ru)

        ໃນສານຂອງຕົນ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ເນັ້ນໜັກວ່າ, ໂດຍບໍ່ຫົວຊາຕໍ່ຂໍ້ຈຳກັດຈາກໂລກລະບາດໂຄວິດ - 19, ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ສະຫະພັນ ລັດເຊຍ - ຫວຽດນາມ ກຳລັງຢູ່ລະດັບສູງ, ພະຍານຫຼັກຖານແມ່ນການໂອ້ລົມສົນທະນາຂັ້ນສູງ ລັດເຊຍ - ຫວຽດນາມ ໄດ້ດຳເນີນຫວ່າງແລ້ວນີ້ຢູ່ ມົດສະກູ (ໃນການຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ)

        ໃນໂທລະເລກອວຍພອນ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ເນັ້ນໜັກວ່າ 2 ປະເທດກຳລັງຜັນຂະຫຍາຍບັນດາໂຄງການຮ່ວມທີ່ມີແງ່ຫວັງໃນຫຼາຍຂົງເຂດ ແລະ ສະແດງຄວາມເຊື່ອໝັ້ນວ່າ ບັນດາຄວາມມານະພະຍາຍາມຮ່ວມຂອງ ລັດເຊຍ ແລະ ຫວຽດນາມ ຈະຮັບປະກັນການພັດທະນາຂອງການຮ່ວມມື 2 ຝ່າຍທີ່ມີປະສິດທິຜົນໃນຫຼາຍຂົງເຂດ, ມີລັກສະນະສ້າງສັນໃນບັນດາບັນຫາໃນພາກພື້ນ, ຕອບສະໜອງຜົນປະໂຫຍດ   ຂອງປະຊາຊົນ 2 ປະເທດຢ່າງຄົບຖ້ວນ, ເໝາະສົມກັບການປັບປຸງສັນຕິພາບ, ຮັກສາຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ພາກພື້ນ ອາຊີ - ປາຊີຟິກ ກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ