ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin ຮັບ​ຮ​ອງ​ເອົາ​ບັນຊີ​ລາຍ​ຊື່​ສະມາຊິກ​ລັດຖະບານ​ໃໝ່

(VOVWORLD) -ຄະນະລັດຖະບານໃໝ່ຂອງລັດເຊຍລວມມີຮອງນາຍົກລັດຖະມົນຕີທັງໝົດ 9 ທ່ານ.

ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin ຮັບ​ຮ​ອງ​ເອົາ​ບັນຊີ​ລາຍ​ຊື່​ສະມາຊິກ​ລັດຖະບານ​ໃໝ່ - ảnh 1 ທ່ານປະທານາທິບໍດີລັດເຊຍ Vladimir Putin (ພາບ: TTXVN)

        ວັນທີ 21 ມັງກອນ, ທ່ານປະທານາທິບໍດີລັດເຊຍ Vladimir Putin, ໄດ້ຮັບຮອງເອົາບັນຊີລາຍຊື່ຄະນະລັດຖະບານໃໝ່ ດ້ວຍການແຕ່ງຕັ້ງລັດຖະມົນຕີກະຊວງເສດຖະກິດ ແລະ ຮອງນາຍົກລັດຖະມົນຕີຜູ້ທີ 1 ຄືນໃໝ່, ແຕ່ຍັງຮັກສາລັດຖະມົນຕີອາວຸໂສ ແລະ ການນໍາຂັ້ນສູງໄວ້ຫຼາຍຄົນ.

        ໃນພາກສ່ວນຂອງລັດຖະບານໃໝ່ຂອງທ່ານນາຍົກລັດຖະມົນຕີ Mikhail Mishustin, ທ່ານປະທານາທິບໍດີ Vladimir Putin ໄດ້ແຕ່ງຕັ້ງທ່ານ Andrei Belousov ດໍາລົງຕໍາແໜ່ງເປັນຮອງນາຍົກລັດຖະມົນຕີຜູ້ທີ 1, ແທນໃຫ້ທ່ານ Anton Siluanov; ແຕ່ງຕັ້ງທ່ານ Maxim Reshetnikov ເປັນລັດຖະມົນຕີກະຊວງເສດຖະກິດ. ຄະນະລັດຖະບານໃໝ່ຂອງລັດເຊຍລວມມີຮອງນາຍົກລັດຖະມົນຕີທັງໝົດ 9 ທ່ານ.


ຕອບກັບ

ຂ່າວ/ບົດ​ອື່ນ