ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ ລັດ​ເຊຍ Vladimir Putinລົງ​ນາມ​ໃນ​ລັດ​ຖະ​ດຳ​ລັດວ່າ​ດ້ວຍ​ການ​ປັບ​ປຸງ​ລັດ​ຖະ​ທຳ​ມະ​ນູນ

(VOVWORLD) - ເລື່ອງຈັດຕັ້ງການປ່ອນບັດທົ່ວປະເທດລັດເຊຍ ຈະດຳເນີນໃນວັນທີ 22 ເມສາ.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ ລັດ​ເຊຍ Vladimir Putinລົງ​ນາມ​ໃນ​ລັດ​ຖະ​ດຳ​ລັດວ່າ​ດ້ວຍ​ການ​ປັບ​ປຸງ​ລັດ​ຖະ​ທຳ​ມະ​ນູນ - ảnh 1 ທ່ານປະທານາທິບໍດີລັດເຊຍ Vladimir Putin (ພາບ: Sputnik)

        ວັນທີ 17 ມີນາ, ວັງ Kremlin ໄດ້ແຈ້ງໃຫ້ຊາບວ່າ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ລົງນາມໃນລັດຖະດຳລັດ ວ່າດ້ວຍ ການຈັດຕັ້ງການປ່ອນບັດທົ່ວປະເທດລັດເຊຍ ກ່ຽວກັບການໃຫ້ສັດຕະຍາບັນລັດຖະທຳມະນູນສະຫະພັນລັດເຊຍສະບັບປັບປຸງ”, ຕາມນັ້ນແລ້ວ, ເລື່ອງຈັດຕັ້ງການປ່ອນບັດທົ່ວປະເທດລັດເຊຍ ຈະດຳເນີນໃນວັນທີ 22 ເມສາ. ເຖິງຢ່າງໃດກໍຕາມ, ທ່ານປະທານາທິບໍດີລັດເຊຍ ກໍເນັ້ນໜັກວ່າ ເຫດການດັ່ງກ່າວອາດຈະຖືກດຳເນີນຊ້າກວ່າການແຜນການຄືວັນທີ 22 ເມສາ, ຖ້າຫາກວ່າ ສະພາບການຂອງໂລກລະບາດ Covid-19 ຍັງມີການຜັນແປຄືແນວນີ້.

        ທ່ານປະທານາທິບໍດີ ລັດເຊຍ Vladimir Putin ສະເໜີໃຫ້ຄະນະກຳມະການເລືອກຕັ້ງສູນກາງລັດເຊຍ ຈົ່ງກະກຽມການປ່ອນບັດໃຫ້ມີການດຳເນີນໄປດ້ວຍດີ, ປະຕິບັດຕາມທຸກການກຳນົດຂອງກົດໝາຍ ແລະ ນຳໃຊ້ເຕັກໂນໂລຢີທັນສະໄໝ. ທ່ານ Vladimir Putin ກໍຫວັງວ່າ ເມື່ອເຂົ້າໃຈໄດ້ຄວາມສຳຄັນຂອງບັນດາຂໍ້ຕົກລົງທີ່ໄດ້ຮັບຮອງເອົາ ກ່ຽວກັບລັດຖະທຳມະນູນນັ້ນ,    ພົນລະເມືອງລັດເຊຍທຸກຄົນຈະເຂົ້າຮ່ວມການປ່ອນບັດ ແລະ ສະແດງຄວາມຄິດເຫັນຂອງຕົນ ກ່ຽວກັບການປັບປຸງ ທີ່ໄດ້ສະເໜີມາ”.

ແອັງຕູ໊ - ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ປະຈຳ ລັດເຊຍ

 


 

ຕອບກັບ

ຂ່າວ/ບົດ​ອື່ນ