ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ V.Putin ຍົກ​ອອກ​ຂໍ້ສະ​ເໜີ​ໃໝ່ ເພື່ອ​ບັນ​ລຸ​ສັນ​ຕິ​ພາບ​ສຳ​ລັບ​ການ​ປະ​ທະ​ກັນ ຢູ່ຢູ​ແກຼນ

(VOVWORLD) -  ລັດເຊຍ ຈະຢຸດຍິງ ແລະ ເຂົ້າຮ່ວມການເຈລະຈາ ຖ້າຫາກວ່າ ຢູແກຼນ ຍົກເລີກເຈດຈຳນົງເຂົ້າຮ່ວມ ອົງການສົນທິສັນຍາອັດລັງຕິກເໜືອ (NATO) ແລະ ຖອນກຳລັງອອກຈາກ 4 ເຂດ, ລວມມີ: ສາທາລະນະລັດ ປະຊາຊົນ Donetsk (DPR) ອ້າງຊື່ເອງ, ສາທາລະນະລັດປະຊາຊົນ Lugansk (LPR) ອ້າງຊື່ເອງ, ບັນດາແຂວງ Kherson  ແລະ  Zaporozhye ເຊິ່ງ ມົດສະກູ ໄດ້ຖະແຫຼງປະກາດອະທິປະໄຕ.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ V.Putin ຍົກ​ອອກ​ຂໍ້ສະ​ເໜີ​ໃໝ່ ເພື່ອ​ບັນ​ລຸ​ສັນ​ຕິ​ພາບ​ສຳ​ລັບ​ການ​ປະ​ທະ​ກັນ ຢູ່ຢູ​ແກຼນ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ:Reuters)

ວັນທີ 14 ມິຖຸນາ, ໃນກອງປະຊຸມກັບບັນດາການນຳກະຊວງການຕ່າງປະເທດ ລັດເຊຍ ຢູ່ສຳນັກງານຂອງກະຊວງດັ່ງກ່າວທີ່ນະຄອນຫຼວງ ມົດສະກູ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin  ໄດ້ຍົກອອກບັນດາທິດທາງສຳຄັນກ່ຽວກັບນະໂຍບາຍການຕ່າງປະເທດ ກໍຄື ໜ້າທີ່ຂອງ ລັດເຊຍ ໃນເວທີສາກົນ. ການນຳ ລັດເຊຍ ຢັ້ງຢືນວ່າ ລັດເຊຍ ຈະຢຸດຍິງ ແລະ ເຂົ້າຮ່ວມການເຈລະຈາ ຖ້າຫາກວ່າ ຢູແກຼນ ຍົກເລີກເຈດຈຳນົງເຂົ້າຮ່ວມ ອົງການສົນທິສັນຍາອັດລັງຕິກເໜືອ (NATO) ແລະ ຖອນກຳລັງອອກຈາກ 4 ເຂດ, ລວມມີ: ສາທາລະນະລັດ ປະຊາຊົນ Donetsk (DPR) ອ້າງຊື່ເອງ, ສາທາລະນະລັດປະຊາຊົນ Lugansk (LPR) ອ້າງຊື່ເອງ, ບັນດາແຂວງ Kherson  ແລະ  Zaporozhye ເຊິ່ງ ມົດສະກູ ໄດ້ຖະແຫຼງປະກາດອະທິປະໄຕ. ທ່ານປະກາດວ່າ ລັດເຊຍ ພ້ອມແລ້ວທີ່ຈະຮັບປະກັນການຖອນກຳລັງຂອງກົມກອງຕ່າງໆຂອງ ຢູແກຼນ ໄດ້ດຳເນີນຢ່າງປອດໄພ

        ກໍໃນກອງປະຊຸມ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin  ຢັ້ງຢືນວ່າ, ໃນສະພາບການໂລກພວມແບ່ງອອກເປັນຫຼາຍຂົ້ວນັ້ນ, ສະຫະພັນ ລັດເຊຍ ຕ້ອງສ້າງລະບົບຄວາມໝັ້ນຄົງຢູ່ພາກພື້ນ ອາຊີ - ເອີຣົບ. ລະບົບຄວາມໝັ້ນຄົງນີ້ ຈະເປີດປະຕູໃຫ້ທຸກປະເທດ ອາຊີ - ເອີຣົບ, ນັບທັງບັນດາປະເທດສະມາຊິກ  NATO, ເພື່ອສ້າງເຂດມະຫາ ອາຊີ - ເອີຣົບ ເພື່ອຄວາມໝັ້ນຄົງ ແລະ ວັດທະນາຖາວອນ.

ຕອບກັບ

ຂ່າວ/ບົດ​ອື່ນ