ທ່ານປະທານາທິບໍດີ ລັດເຊຍ V.Putin ຢັ້ງຢືນລະດັບການເຕີບໂຕ 3,6% ຂອງພື້ນຖານເສດຖະກິດ ລັດເຊຍ ປີ 2023

(VOVWORLD) - ທ່ານປະທານາທິບໍດີ Putin ເນັ້ນໜັກວ່າ, ບຸລິມະສິດຂອງ ລັດເຊຍ ຍັງແມ່ນລາຍຮັບ ແລະ ຄຸນນະພາບການດຳລົງຊີວິດຂອງປະຊາຊົນ ລັດເຊຍ, ກໍຄືຄວາມຜາສຸກໃນຄອບຄົວຂອງເຂົາເຈົ້າ.
ທ່ານປະທານາທິບໍດີ ລັດເຊຍ V.Putin ຢັ້ງຢືນລະດັບການເຕີບໂຕ 3,6% ຂອງພື້ນຖານເສດຖະກິດ ລັດເຊຍ ປີ 2023 - ảnh 1(ພາບປະກອບ: AFP/TTXVN)

        ວັນທີ 12 ກຸມພາ, ທ່ານປະທານາທິບໍດີສະຫະພັນ ລັດເຊຍ Vladimir Putin ໄດ້ຢັ້ງຢືນລະດັບການເຕີບໂຕຂອງພື້ນຖານເສດຖະກິດ ລັດເຊຍ ໃນປີຜ່ານມາແມ່ນ 3,6%. ການນຳ ລັດເຊຍ ເນັ້ນໜັກວ່າ: ການເຕີບໂຕເສດຖະກິດປີ 2023 ສູງກວ່າການຄາດຄະເນ. ຍອດຜະລິດຕະພັນພາຍໃນ (GDP) ຂອງ ລັດເຊຍ ໄດ້ເພີ່ມຂຶ້ນ. ລະດັບການເຕີບໂຕເສດຖະກິດ ຄິດສະເລ່ຍໃນທົ່ວໂລກແມ່ນ 3%, ໃນຂະນະທີ່ລະດັບການເຕີບໂຕເສດຖະກິດຂອງບັນດາປະເທດພັດທະນາແມ່ນ 1,5%. ທ່ານເນັ້ນໜັກວ່າ, ສິ່ງສຳຄັນທີ່ສຸດແມ່ນກຳລັງໜູນຂອງການເຕີບໂຕບັນລຸໄດ້ໂດຍອີງໃສ່ກຳລັງພາຍໃນ. ທ່ານປະທານາທິບໍດີ Putin ເນັ້ນໜັກວ່າ, ບຸລິມະສິດຂອງ ລັດເຊຍ ຍັງແມ່ນລາຍຮັບ ແລະ ຄຸນນະພາບການດຳລົງຊີວິດຂອງປະຊາຊົນ ລັດເຊຍ, ກໍຄືຄວາມຜາສຸກໃນຄອບຄົວຂອງເຂົາເຈົ້າ.

        ໃນຂະນະນັ້ນ, ເມື່ອຕອບສຳພາດຕໍ່ນັກຂ່າວວາລະສານ Foreign Policy, ທ່ານ Gita Gopinath, ຮອງຜູ້ອຳນວຍການໃຫຍ່ຜູ້ທີໜຶ່ງກອງທຶນເງິນຕາສາກົນ (IMF) ໃຫ້ຮູ້ວ່າ, ພື້ນຖານເສດຖະກິດຂອງ ລັດເຊຍ ພວມພັດທະນາດີກວ່າການຄາດຄະເນ.

ຕອບກັບ

ຂ່າວ/ບົດ​ອື່ນ