ທ່ານປະທານາທິບໍດີ ລັດເຊຍ V.Putin ເຮັດແຈ້ງຫຼັກໝັ້ນ ກ່ຽວກັບວິກິດການຢູ່ ຢູແກຼນ

(VOVWORLD) -ທ່ານປະທານາທິບໍດີລັດເຊຍ Vladimir Putin ໄດ້ອະທິບາຍກັບຄູ່ຕໍາແໜ່ງ ອາເມລິກາ Donald Trump   ກ່ຽວກັບທັດສະນະຂອງ ມົດສະກູ ໃນວິກິດການຢູ່ ຢູແກຼນ

        ຢູ່່ນອກກອງປະຊຸມສຸດຍອດ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າຂອງໂລກ (G20) ຢູ່ ອາກຊັງຕີນ ໃນວັນທີ 01 ທັນວາ, ທ່ານປະທານາທິບໍດີລັດເຊຍ Vladimir Putin ໄດ້ອະທິບາຍກັບຄູ່ຕໍາແໜ່ງ ອາເມລິກາ Donald Trump   ກ່ຽວກັບທັດສະນະຂອງ ມົດສະກູ ໃນວິກິດການຢູ່ ຢູແກຼນ, ພ້ອມທັງຖະແຫຼງວ່າ ຍັງຄົງສ້າງເງື່ອນໄຂເພື່ອດໍາເນີນບັນດາການເຈລະຈາ “ທີ່ເໝາະສົມ”. ກ່າວຄໍາເຫັນຕໍ່ວົງການສື່ມວນຊົນ ຫຼັງຈາກກອງປະຊຸມສຸດຍອດ G20 ສິ້ນສຸດລົງ, ທ່ານ Vladimir Putin ໃຫ້ຮູ້ວ່າ ທີ່ການພົບປະກັບການນໍາ ອາເມລິກາໃນເວລາສັ້ນນັ້ນ, ທ່ານໄດ້ຕອບບັນດາຄໍາຖາມຂອງທ່ານ Donald Trump   ກ່ຽວກັບການປະທະກັນຢູ່ທະເລດໍາ, ພາຍຫຼັງ ລັດເຊຍ ກັກກໍ່າປັ່ນຮົບ 03 ລໍາ ພ້ອມດ້ວຍ ລູກເຮືອ 24 ຄົນ ຂອງ ຢູແກຼນ ຢູ່ ຊ່ອງແຄບທະເລ Kerch ທີ່ໃກ້ແຫຼມ Crimea ໃນວັນທີ 25 ພະຈິກ. ທ່ານ Vladimir Putin ໃຫ້ຮູ້ວ່າ ທ່ານຍັງບໍ່ທັນປືກສາຫາລືກັບການນໍາ ຢູແກຼນ ກ່ຽວກັບຄວາມເປັນໄປໄດ້ຂອງການປ່ອຍຕົວບັນດາລູກເຮືອຂອງ ຢູແກຼນ. ກ່ອນໜ້ານັ້ນ, ທ່ານປະທານາທິບໍດີີ Donald Trump   ໄດ້ຍົກເລີີກການພົບປະສອງຝ່າຍ ກັບ ຄູ່ຕໍາແໜ່ງ Vladimir Putin ຢູ່ Buenos Aires ທີ່ໄດ້ຄາດຄະເນດໍາເນີນ ຢູ່ນອກກອງປະຊຸມສຸດຍອດ G20.


ຕອບກັບ

ຂ່າວ/ບົດ​ອື່ນ