ທ່ານ​ປະ​ທານ​າ​ທິ​ບໍ​ດີ ລັດ​ເຊຍ ກຳ​ລັ​ງ​ຈະ​ມີ​ການ​ເຈ​ລະ​ຈາ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອີ​ຣານ

(VOVWORLD) -ທ່ານປະທານາທິບໍດີ ປະເທດນີ້ Vladimir Putin ຈະມີການເຈລະຈາກັບຄູ່ຕຳແໜ່ງ ອີຣານ Ebrahim Raisi ໃນໄວໆນີ້ ຢູ່ນະຄອນຫຼວງ ມົດສະກູ. ປັດຈຸບັນ, ຍັງບໍ່ທັນຮູ້ວັນເວລາລະອຽດ ກໍຄືເນື້ອໃນຂອງການເຈລະຈາ.
ທ່ານ​ປະ​ທານ​າ​ທິ​ບໍ​ດີ ລັດ​ເຊຍ ກຳ​ລັ​ງ​ຈະ​ມີ​ການ​ເຈ​ລະ​ຈາ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອີ​ຣານ - ảnh 1ທ່ານປະທານາທິບໍດີ ອີຣານ Ebrahim Raisi ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: ifpnews)

ວັນທີ 16 ມັງກອນ ຊ່ອງໂທລະພາບ ລັດເຊຍ Rossiya – 1 ໃຫ້ຮູ້ວ່າ ທ່ານປະທານາທິບໍດີ ປະເທດນີ້ Vladimir Putin ຈະມີການເຈລະຈາກັບຄູ່ຕຳແໜ່ງ ອີຣານ Ebrahim Raisi ໃນໄວໆນີ້ ຢູ່ນະຄອນຫຼວງ ມົດສະກູ. ປັດຈຸບັນ, ຍັງບໍ່ທັນຮູ້ວັນເວລາລະອຽດ ກໍຄືເນື້ອໃນຂອງການເຈລະຈາ. ນີ້ຈະແມ່ນການພົບປະຢ່າງເປັນທາງການຄັ້ງທຳອິດລະຫວ່າງການນຳສອງປະເທດນັບແຕ່ເມື່ອທ່ານ Ebrahim Raisi ເຂົ້າພິທີສາບານຕົວຮັບດຳລົງຕຳແໜ່ງເປັນປະທານາທິບໍດີ ອີຣານ ໃນເດືອນສິງຫາ 2021.

ລັດເຊຍ ພວມເຂົ້າຮ່ວມການເຈລະຈາຟື້ນຟູຂໍ້ຕົກລົງນິວເຄຼຍ ອີຣານ, ຫຼືຍັງເອີ້ນວ່າ ແຜນການດຳເນີນງານຮ່ວມຮອບດ້ານ (JCPOA), ທີ່ໄດ້ລົງນາມໃນປີ 2015 ລະຫວ່າງ ອີຣານ ແລະ ກຸ່ມ P5+1 (ລວມມີ ອັງກິດ, ຝລັ່ງ, ອາເມລິກາ, ລັດເຊຍ, ຈີນ ແລະ ເຢຍລະມັນ). ຕາມຂໍ້ຕົກລົງແລ້ວ, ບັນດາມາດຕະການລົງໂທດ ອີຣານ ໄດ້ຍົກເລີກ ແທນທີ່ນັ້ນ ເຕເຮຣານ ຕ້ອງຈຳກັດໂຄງການນິວເຄຼຍ. ເຖິງຢ່າງໃດກໍຕາມ, ປີ  2018 ທ່ານປະທານາທິບໍດີ ອາເມລິກາ ເວລານັ້ນແມ່ນທ່ານ Donald Trump ໄດ້ຖອນຕົວອອກຈາກຂໍ້ຕົກລົງນີ້, ຫຼັງຈາກນັ້ນ ອີຣານ ເລີ່ມຫຼຸດຜ່ອນການປະຕິບັດບັນດາຄຳໝັ້ນສັນຍາຂອງຕົນໃນຂໍ້ຕົກລົງສະບັບນີ້.

ຕອບກັບ

ຂ່າວ/ບົດ​ອື່ນ