ທ່ານປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ປະ​ກາດ​ບັນ​ດາ​ການ​ກຳ​ນົດ​ທິດ​ຮັບ​ປະ​ກັນ​ອະ​ທິ​ປະ​ໄຕ​ດ້ານ​ເສດ​ຖະ​ກິດ

(VOVWORLD) - ລັດເຊຍ ໄດ້ວາງເປົ້າໝາຍກາຍເປັນ 1 ໃນ 4 ພື້ນຖານເສດຖະກິດອັນດັບໜຶ່ງໃນໂລກ.
ທ່ານປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ປະ​ກາດ​ບັນ​ດາ​ການ​ກຳ​ນົດ​ທິດ​ຮັບ​ປະ​ກັນ​ອະ​ທິ​ປະ​ໄຕ​ດ້ານ​ເສດ​ຖະ​ກິດ - ảnh 1

ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: AA/TTXVN)

   ວັນທີ 7 ມິຖຸນາ, ໃນວາລະປະຊຸມຄົບຄະນະ ເວທີປາໄສເສດຖະກິດສາກົນ St. Petersburg, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ມີບົດກ່າວປາໄສທີ່ແກ່ຍາວເປັນເວລາ 1 ຊົ່ວໂມງກ່ຽວກັບເສດຖະກິດໂລກ ແລະ ບັນດາເປົ້າໝາຍເສດຖະກິດຍຸດທະສາດຂອງ ລັດເຊຍ.

    ລັດເຊຍ ໄດ້ວາງເປົ້າໝາຍກາຍເປັນ 1 ໃນ 4 ພື້ນຖານເສດຖະກິດອັນດັບໜຶ່ງໃນໂລກ ແລະ ເພື່ອເຮັດໄດ້ສິ່ງດັ່ງກ່າວ, ທ່ານປະທານາທິບໍດີ ລັດເຊຍ ໄດ້ປະກາດບັນດາແຜນການພັດທະນາຂອງ ລັດເຊຍ, ໃນນັ້ນ ມີໜ້າທີ່ລອດເຂົ້າ Top 10 ປະເທດມີປະລິມານວິທະຍາສາດ ແລະ ປະດິດສ້າງ-ອອກແບບ ໃນ 6 ປີຈະມາເຖິງ: ດຳເນີນການປະຕິວັດພື້ນຖານເຕັກນິກດີຈີຕອນ, ເພີ່ມສະມັດຕະພາບການອອກແຮງງານ (ຮອດປີ 2030, ຄາດວ່າຈະມີຢ່າງໜ້ອຍສຸດ 40% ວິສາຫະກິດຂະໜາດໃຫ່ຍ ແລະ ກາງ ເຂົ້າຮ່ວມຂົງເຂດຍົກສູງປະສິດທິຜົນການອອກແຮງງານ), ປົວແປງຄຸນນະພາບຕະຫຼາດແຮງງານ, ຫັນການລົງທຶນຢູ່ທົ່ວສະຫະລັດເປັນມາດຖານ, ປົວແປງລະບົບພາສີອາກອນ… ທ່ານກໍ່ເນັ້ນໜັກວ່າ ຮອດປີ 2030, ອັດຕາການນຳເຂົ້າຢູ່ ລັດເຊຍ ຈະຫລຸດລົງເຫຼືອພຽງ 17%./.

 

ຕອບກັບ

ຂ່າວ/ບົດ​ອື່ນ