ທ່ານປະທານາທິບໍດີ ລັດເຊຍ ປາດຖະໜາຢາກພ້ອມກັບ ຕວກກີ ແລະ ອີຣານ ກໍ່ສ້າງແຜນການດໍາເນີນງານຮ່ວມ ຢູ່ ຊີຣີ

(VOVWORLD) -ເຂດປອດການທະຫານຢູ່ແຂວງ Idlib ພຽງແຕ່ແມ່ນມາດຕະການຊົ່ວຄາວເທົ່ານັ້ນ ແລະ ບັນດາການກະທໍາທີ່ກະມຶງກະມັງຂອງພວກກະບົດຢູ່ທີ່ນີ້ ຈະບໍ່ຖືກລົງໂທດ.

ວັນທີ 14 ກຸມພາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ຮຽກຮ້ອງ ຕວກກີ ແລະ ອີຣານ ພ້ອມກັບ ລັດເຊຍ ສ້າງແຜນການດໍາເນີນງານຮ່ວມ ເພື່ອແນໃສ່ຕີໃຫ້ພວກກະບົດຢູ່ແຂວງ Idlib ຂອງ ຊີຣີ ຖືກປະລາໄຊ. ຄໍາຮຽກຮ້ອງດັ່ງກ່າວ ໂດຍບັນດາການນໍາ ລັດເຊຍ ຍົກອອກມາຢູ່ ກອງປະຊຸມສຸດຍອດ 3 ຝ່າຍ ໂດຍທ່ານເປັນປະທານ ຢູ່ເຂດພັກຜ່ອນບໍາລຸງສຸຂະພາບ Sochi  ຢູ່ແຄມຝັ່ງທະເລດໍາ ເພື່ອພ້ອມກັບທ່ານປະທານາທິບໍດີ ຕວກກີ Tayyip Erdogan ແລະ ທ່ານປະທານາທິບໍດີ ອີຣານ Hassan Rouhani ປຶກສາຫາລືກ່ຽວກັບ ອະນາຄົດຂອງ ຊີຣີ. ທີ່ກອງປະຊຸມ, ທ່ານປະທານາທິບໍດີ Putin ສະເໜີ ພິຈາລະນາບັນດາບາດກ້າວເດີນລະອຽດ ເຊິ່ງ 03 ປະເທດສາມາດປະຕິບັດເພື່ອຕ້ານການກໍ່ການຮ້າຍ, ພ້ອມທັງເນັ້ນໜັກເຖິງ ການມີໜ້າຂອງບັນດາກຸ່ມກໍ່ການຮ້າຍ ຢູ່ແຂວງ Idlib ແມ່ນບໍ່ຄວນຜ່ອນສັ້ນຜ່ອນຍາວ. ທ່ານ Putin ກໍຖືວ່າ ເຂດປອດການທະຫານຢູ່ແຂວງ Idlib ພຽງແຕ່ແມ່ນມາດຕະການຊົ່ວຄາວເທົ່ານັ້ນ ແລະ ບັນດາການກະທໍາທີ່ກະມຶງກະມັງຂອງພວກກະບົດຢູ່ທີ່ນີ້ ຈະບໍ່ຖືກລົງໂທດ.

        ສ່ວນທ່ານປະທານາທິບໍດີ ອີຣານ Hassan Rouhani ໄດ້ສະແດງການສະໜັບສະໜູນຕໍ່ຂໍ້ສະເໜີດັ່ງກ່າວຂອງ ລັດເຊຍ, ພ້ອມທັງຢັ້ງຢືນວ່າ ຊີຣີ ຄວນມີພື້ນຖານສັນຕິພາບຢ່າງຍາວນານ. ທ່ານ Rouhani ຊີ້ແຈ້ງວ່າ ກອງປະຊຸມສຸດຍອດ ຢູ່ Sochi ແມ່ນມີປະໂຫຍດ ແລະ ມີລັກສະນະສ້າງສາໃນການຟື້ນຟູສັນຕິພາບ ແລະ ຄວາມສະຫງົບປອດໄພຢູ່ ຊີຣີ, ພາກພື້ນ ແລະ ໃນໂລກ.


ຕອບກັບ

ຂ່າວ/ບົດ​ອື່ນ