ທ່ານປະທານາທິບໍດີ ລັດເຊຍ ພົບປະກັບທ່ານນາຍົກລັດຖະມົນຕີ ອິນເດຍ ຢູ່ທຳນຽບສ່ວນຕົວ

(VOVWORLD) - ການນຳ 2 ທ່ານໄດ້ປຶກສາຫາລືບັນດາຫົວຂໍ້ທີ່ຈະນຳມາປຶກສາຫລືທີ່ການພົບປະເຈລະຈາທາງການໃນວັນທີ 09 ກໍລະກົດ.

        ຕອນຄ່ຳວັນທີ 08 ກໍລະກົດ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi, ໄດ້ພົບປະກັນຢ່າງສະໜິດສະໜົມຢູ່ທຳນຽບສ່ວນຕົວຂອງທ່ານປະທານາທິບໍດີ Putin ຢູ່ Novo-Ogarevo, ໃກ້ກັບ ມົດສະກູ. ການນຳ 2 ທ່ານໄດ້ປຶກສາຫາລືບັນດາຫົວຂໍ້ທີ່ຈະນຳມາປຶກສາຫລືທີ່ການພົບປະເຈລະຈາທາງການໃນວັນທີ 09 ກໍລະກົດ. ຕາມນັ້ນແລ້ວ, ການພົບປະເຈລະຈາໄດ້ຕີລາຄາການພົວພັນຫຼາຍດ້ານລະຫວ່າງ 2 ປະເທດ ແລະ ແລກປ່ຽນທັດສະນະກ່ຽວກັບບັນດາບັນຫາຢູ່ພາກພື້ນ ແລະ ທົ່ວໂລກເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ການນຳ 2 ທ່ານກໍ່ຈະປຶກສາຫາລືກ່ຽວກັບການພົວພັນ 2 ຝ່າຍ, ສຸມໃສ່ບັນດາຫົວຂໍ້ຮ່ວມມືດ້ານປ້ອງກັນຊາດ, ການລົງທຶນ, ການສຶກສາ ແລະ ວັດທະນະທຳ, ກໍຄືແກ້ໄຂບັນດາບັນຫາຊຳລະຍ້ອນບັນດາຄຳສັ່ງລົງໂທດຂອງຝ່າຍຕາເວັນຕົກ.

        ທ່ານນາຍົກລັດຖະມົນຕີ Modi ໄດ້ເດີນທາງໄປຮອດ ມົດສະກູ ໃນວັນທີ 08 ກໍລະກົດ, ເລີ່ມຕົ້ນການຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ, ແຕ່ວັນທີ 08-09 ກໍລະກົດ.

ຕອບກັບ

ຂ່າວ/ບົດ​ອື່ນ