ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ຢັ້ງ​ຢືນ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ​ຝ່າຍຕາ​ເວັນ​ຕົກ​ຫຼາຍກວ່າ​ອີກ

(VOVWORLD) -ວັນທີ 15 ກຸມພາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ໂອ້ລົມສົນທະນາກັບທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ຢູ່ ນະຄອນຫຼວງ ມົດສະກູ.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ຢັ້ງ​ຢືນ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ​ຝ່າຍຕາ​ເວັນ​ຕົກ​ຫຼາຍກວ່າ​ອີກ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວພາຍຫຼັງການໂອ້ລົມສົນທະນາ, ທ່ານປະທານາທິບໍດີ ລັດເຊຍ ໄດ້ຊີ້ແຈ້ງວ່າ ລັດເຊຍ ພ້ອມແລ້ວທີ່ຈະຮ່ວມມື ແລະ ຈະມີການພົບປະເຈລະຈາກັບຝ່າຍຕາເວັນຕົກກ່ຽວກັບບັນຫາຄວາມໝັ້ນຄົງ ເອີຣົບ ແລະ ລູກສອນໄຟໃຫ້ຫຼາຍກວ່າອີກ. ທ່ານຢັ້ງຢືນວ່າ ລັດເຊຍ ບໍ່ຢາກໃຫ້ເກີດສົງຄາມຢູ່ ເອີຣົບ. ກ່ຽວຂ້ອງເຖິງບັນຫາ ຢູແກຼນ, ການນຳ ລັດເຊຍ ໄດ້ສະແດງຄວາມວິຕົກກັງວົນຕໍ່ສະພາບການຢູ່ Donbass ແລະ ເນັ້ນໜັກວ່າ ບັນດາຝ່າຍຕ້ອງແກ້ໄຂສະພາບຄວາມເຄັ່ງຕຶງປີນຂັ້ນໄດຢູ່ທີ່ນີ້ ແລະ ຫາທຸກວິທີທາງທີ່ຈຳເປັນ ໂດຍອີງໃສ່ຂໍ້ຕົກລົງສັນຕິພາບ Minks ທີ່ໄດ້ລົງນາມເມື່ອປີ 2015.

     ສ່ວນທ່ານນາຍົກລັດຖະມົນຕີ ເຢຍລະມັນ Scholz  ຢັ້ງຢືນວ່າ ລັດເຊຍ ແມ່ນພາກສ່ວນທີ່ເປັນຫຼັກແຫຼ່ງແກ່ນສານໃນການຮັກສາຄວາມໝັ້ນຄົງຢູ່ ເອີຣົບ ແລະ ສຳລັບປະຊາຊົນ ເອີຣົບ ແລະ ຄວາມໝັ້ນຄົງ ແບບຍືນຍົງ ຈະບັນລຸໄດ້ກໍຕໍ່ເມື່ອມີການຮ່ວມມືກັບ ມົດສະກູ ເທົ່ານັ້ນ.

     ກ່ຽວຂ້ອງເຖິງສະພາບຄວາມເຄັ່ງຕຶງປີນຂັ້ນໄດຢູ່ ຢູແກຼນ, ທ່ານນາຍົກລັດຖະມົນຕີ ເຢຍລະມັນ ຫວັງວ່າ ຈະຊອກຫາໄດ້ມາດຕະການແກ້ໄຂວິກິດການໃນປັດຈຸບັນໂດຍໄວ. ທ່ານກໍເນັ້ນໜັກວ່າ ຍັງມີການເລືອກເຟັ້ນທາງການທູດເພື່ອຫຼຸດຜ່ອນຄວາມເຄັ່ງຕຶງໃນປັດຈຸບັນ./.

ນັກຂ່າວ ວິທະຍຸກະຈາຍສຽງ ຫວຽດນາມ ປຈຳ ລັດເຊຍ, ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ