ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ - ອາ​ເມ​ລິ​ກາ ເຈ​ລະ​ຈາ​ຜ່ານ​ທາງ​ໂທ​ລະ​ສັບ

(VOVWORLD) -ການຫັນການພົວພັນລະຫວ່າງ ອາເມລິກາ ແລະ ລັດເຊຍ ເປັນປົກກະຕິ ຈະຕອບສະໜອງຜົນປະໂຫຍດຂອງທັງສອງປະເທດ.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ - ອາ​ເມ​ລິ​ກາ ເຈ​ລະ​ຈາ​ຜ່ານ​ທາງ​ໂທ​ລະ​ສັບ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin  (ພາບ:Tass)

 ວັນທີ 26 ມັງກອນ, ກົມສື່ມວນຊົນ - ວັງ Kremlin ໃຫ້ຮູ້ວ່າ ການເຈລະຈາທາງໂທລະສັບຄັ້ງທຳອິດ ລະຫວ່າງທ່ານປະທານາທິບໍດີ ລັດເຊຍ Vladimir Putin  ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ຖືກດຳເນີນ. ທ່ານປະທານາທິບໍດີ ລັດເຊຍ Vladimir Putin   ຢັ້ງຢືນວ່າ ການຫັນການພົວພັນລະຫວ່າງ ອາເມລິກາ ແລະ ລັດເຊຍ ເປັນປົກກະຕິ ຈະຕອບສະໜອງຜົນປະໂຫຍດຂອງທັງສອງປະເທດ ແລະ ກໍໄດ້ຄິດໄລ່ເຖິງຄວາມຮັບຜິດຊອບພິເສດຂອງເຂົາເຈົ້າໃນການຮັກສາຄວາມໝັ້ນຄົງ ແລະ ສະຖຽນລະພາບໃນໂລກ ແລະ ຂອງທັງປະຊາຄົມສາກົນ. ປະທານາທິບໍດີ ສອງທ່ານ ກໍສະແດງຄວາມເພິ່ງພໍໃຈຕໍ່ການແລກປ່ຽນຈົດໝາຍທາງການທີ່ໄດ້ປະຕິບັດໃນວັນທີ 26 ມັງກອນ ກ່ຽວກັບເລື່ອງບັນລຸໄດ້ຂໍ້ຕົກລົງຕໍ່ກຳນົດເວລາ ສົນທິສັນຍາວ່າດ້ວຍອາວຸດບຸກໂຈມຕີຍຸດທະສາດ (New START). ໃນຊຸມວັນຈະມາເຖິງ, ບັນດາຝ່າຍຈະປະຕິບັດສຳເລັດລະບຽບການທີ່ຈຳເປັນ ເພື່ອຮັບປະກັນຜົນສັກສິດສົນທິສັນຍາສຳຄັນນີ້ ໃນການຈຳກັດສາງລູກສອນໄຟນິວເຄຼຍ.

ແອັງຕູ - ນັກຂ່າວ VOV ປະຈຳ ລັດເຊຍ

ຕອບກັບ

ຂ່າວ/ບົດ​ອື່ນ