ທ່ານປະທານາທິບໍດີ ລັດເຊຍ ໂອ້ລົມສົນທະນາທາງໄກກັບປະຊາຊົນ ລັດເຊຍ ແລະ ສື່ມວນຊົນ

(VOVWORLD) - ການໂອ້ລົມສົນທະນາທາງໄກລະຫວ່າງທ່ານປະທານາທິບໍດີສະຫະພັນ ລັດເຊຍ Vladimir Putin ກັບປະຊາຊົນ ລັດເຊຍ ແລະ ສື່ມວນຊົນ ໄດ້ເລີ່ມຕົ້ນໃນເວລາ 12 ໂມງຂອງວັນທີ 14 ທັນວາ (ຕາມເວລາ ມົດສະກູ).
ທ່ານປະທານາທິບໍດີ ລັດເຊຍ ໂອ້ລົມສົນທະນາທາງໄກກັບປະຊາຊົນ ລັດເຊຍ ແລະ ສື່ມວນຊົນ - ảnh 1ເຫດການພົບປະແລກປ່ຽນຄັ້ງທີ 20 ຂອງການນຳ ລັດເຊຍ
(ພາບ: Ria Novosti)

ນີ້ແມ່ນເຫດການພົບປະແລກປ່ຽນຄັ້ງທີ 20 ຂອງການນຳ ລັດເຊຍ, ເຊິ່ງໄດ້ດຶງດູດຄວາມສົນໃຈຢ່າງໃຫຍ່ຫຼວງຈາກປະຊາຊົນ, ໄດ້ດຳເນີນໃນສະພາບທີ່ທ່ານ  Putin ຖະແຫຼງອອກສະໝັກຮັບເລືອກຕັ້ງເປັນປະທານາທິບໍດີອີກສະໄໝໜຶ່ງເຊິ່ງຈັດຂຶ້ນແຕ່ວັນທີ 15-17 ມິນາ 2024.

        ໃນການພົບປະແລກປ່ຽນທີ່ແກ່ຍາວເປັນເວລາ 4 ຊົ່ວໂມງ, ດ້ວຍຫົວຂໍ້ “ໝາກຜົນທີ່ບັນລຸໄດ້ໃນປີກັບ Vladimir Putin”, ທ່ານປະທານາທິບໍດີ Putin ໄດ້ຕອບ 78 ຄຳຖາມ, ກ່ຽວຂ້ອງສະພາບການເສດຖະກິດ ລັດເຊຍ ແລະ ບັນດາບັນຫາສາກົນ.

ກ່ຽວກັບສະພາບການຢູ່ພາຍໃນປະເທດ, ທ່ານ Putin ໄດ້ໃສ່ໃຈວ່າ, ການເຕີບໂຕ GDP ຂອງ ລັດເຊຍ ໃນປີ 2023 ຄາດວ່າຈະແມ່ນ 3,5%, ລາຍຮັບຕົວຈິງຂອງປະຊາຊົນເພີ່ມຂຶ້ນປະມານ 5%. ທ່ານຖືວ່າ, ຕະຫຼາດການເງິນຢູ່ພາຍໃນປະເທດພວມຢູ່ໃນສະພາບເປັນປົກກະຕິ.

ກ່ຽວກັບການພົວພັນກັບສາກົນ, ທ່ານປະທານາທິບໍດີ Putin ສະແດງຄວາມປາດຖະໜາ ຄວາມພ້ອມທີ່ຈະຟື້ນຟູການພົວພັນກັບ ອາເມລິກາ. ສຳລັບ ອີຢູ, ທ່ານຊີ້ແຈ້ງວ່າ, ປະເທດນີ້ບໍ່ທຳລາຍການພົວພັນກັບ ອີຢູ. ກໍ່ກ່ຽວຂ້ອງເຖິງການປະທະກັນທີ່ພວມເຄັ່ງຕຶງຂຶ້ນຢູ່ເຂດ ກາຊາ, ການນຳ ລັດເຊຍ ຖືວ່າ, ນີ້ແມ່ນໄພພິບັດ, ພ້ອມທັງຖືວ່າ, ບັນດາຂໍ້ຕົກລົງຂອງ ສະຫະປະຊາຊາດກ່ຽວກັບການແກ້ໄຂໃຫ້ແກ່ການປະທະກັນນີ້ຕ້ອງມີຄວາມເຫັນດີເຫັນພ້ອມຂອງບັນດາປະເທດ…

ນັບແຕ່ປີ 2001, ທ່ານປະທານາທິບໍດີ Putin ໄດ້ພົບປະທາງໄກກັບປະຊາຊົນໃນຖານະຕຳແໜ່ງປະທານາທິບໍດີລວມມີ 15 ຄັ້ງ ແລະ ໃນຖານະຕຳແໜ່ງຜູ້ນຳໜ້າລັດຖະບານ 4 ຄັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ