ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ໃຫ້​ຂໍ້​ສັງ​ເກດ​ກ່ຽວ​ກັບ​ອ​ະ​ນາ​ຄົດ ການ​ພົວ​ພັນ​ລະ​ຫວ່າງ ລັດ​ເຊຍ - ອາ​ເມ​ລິ​ກາ

(VOVWORLD) -ວັນທີ 23 ທັນວາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ຖະແຫຼງວ່າ ທ່ານບໍ່ຖືວ່າ ການພົວພັນລະຫວ່າງປະເທດນີ້ ກັບ ອາເມລິກາ ຈະບໍ່ຫຍັງມີການປ່ຽນແປງ ພາຍຫຼັງທີ່ທ່ານ Joe Biden ຮັບດຳລົງຕຳແໜ່ງເປັນຜູ້ນຳໜ້າທຳນຽບຂາວໃນເດືອນໜ້າ.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ໃຫ້​ຂໍ້​ສັງ​ເກດ​ກ່ຽວ​ກັບ​ອ​ະ​ນາ​ຄົດ ການ​ພົວ​ພັນ​ລະ​ຫວ່າງ ລັດ​ເຊຍ - ອາ​ເມ​ລິ​ກາ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin  (ພາບ: AFP/TTXVN)

ທ່ານປະທານາທິບໍດີ ລັດເຊຍ ໄດ້ຍົກອອກຄໍາຖະແຫຼງດັ່ງກ່າວ ພາຍຫຼັງທີ່ບັນດາເຈົ້າໜ້າທີ່ຂັ້ນສູງຂອງລັດຖະບານ ປະເທດນີ້ຖືວ່າ ບໍ່ຕັ້ງຄວາມຫວັງໂດຍບໍ່ວ່າສິ່ງໃດ ເມື່ອອຳນາດການປົກຄອງຂອງທ່ານ Joe Biden  ຂຶ້ນກຳອຳນາດ.

        ກ່າວຄຳເຫັນຕໍ່ວົງການສື່ມວນຊົນໃນວັນດຽວກັນ, ໂຄສົກຂອງທ່ານປະທານາທິບໍດີ ລັດເຊຍ Dmitry Peskov ຖະແຫຼງວ່າ ວັງ Kremlin ຖືວ່າ “ບໍ່ມີຫຍັງຕັ້ງໜ້າ” ໃນການພົວພັນກັບ ວໍຊິງຕັນ. ທ່ານຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Ryabkov ກໍໄດ້ຍົກອອກທັດສະນະຄ້າຍຄືກັນ ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ Interfax.


ຕອບກັບ

ຂ່າວ/ບົດ​ອື່ນ