ທ່ານປະທານາທິບໍດີ ສ ເກົາຫຼີ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

(VOVWORLD) - ໃນຂອບເຂດການຢ້ຽມຢາມ, ທ່ານປະທານາທິບໍດີ ສ ເກົາຫຼີ ຈະມີການພົບປະເຈລະຈາກັບທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ, ເປັນສັກຂີພິຍານພິທີລົງນາມບັນດາເອກະສານຮ່ວມມື
ທ່ານປະທານາທິບໍດີ ສ ເກົາຫຼີ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ - ảnh 1ທ່ານ Yoon Suk Yeol, ປະທານາທິບໍດີ ສ ເກົາຫຼີ
(ພາບ:Yonhap/TTXVN)

ວັນທີ 22 ມິຖຸນາ, ທ່ານ Yoon Suk Yeol, ປະທານາທິບໍດີ ສ ເກົາຫຼີ ແລະ ພັນລະຍາ ໄດ້ເດີນທາງມາຮອດນະຄອນຫຼວງ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ຫວຽດນາມ ໃນລະຫວ່າງວັນທີ 22 – 24 ມິຖຸນາ, ຕາມຄຳເຊີນຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ. ການຢ້ຽມຢາມໄດ້ດຳເນີນໄປໃນຈຸດເວລາມີຄວາມໝາຍອັນຍິ່ງໃຫຍ່, ຂະນະທີ່ໃນທ້າຍປີ 2022, ສອງປະເທດ ໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

        ໃນຂອບເຂດການຢ້ຽມຢາມ, ທ່ານປະທານາທິບໍດີ ສ ເກົາຫຼີ ຈະມີການພົບປະເຈລະຈາກັບທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ, ເປັນສັກຂີພິຍານພິທີລົງນາມບັນດາເອກະສານຮ່ວມມື; ພົບປະກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ; ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ; ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ສ.ເກົາຫຼີ.

        ເມື່ອຕອບສຳພາດຕໍ່ສື່ມວນຊົນເນື່ອງໃນເຫດການນີ້, ທ່ານ Oh Young Ju, ເອກອັກຄະລັດຖະທູດ ສ ເກົາຫຼີ ປະຈຳ ຫວຽດນາມ ໄດ້ຕີລາຄາສູງຄວາມໝາຍຂອງການຢ້ຽມຢາມຄັ້ງນີ້; ຖືນີ້ແມ່ນໂອກາດເພື່ອໃຫ້ການນຳ ສອງປະເທດ ຫວຽດນາມ - ສເກົາຫຼີ ໄດ້ປຶກສາຫາລື, ວາງອອກບັນດາທິດທາງ, ວິໄສທັດ, ໂຄງການເຄື່ອນໄຫວລະອຽດ ເພື່ອແນໃສ່ສືບຕໍ່ການຮ່ວມມືຢ່າງມີປະສິດທິຜົນ, ພັດທະນາການພົວພັນອັນດີງາມຜ່ານ 3 ທົດສະວັດລະຫວ່າງ ຫວຽດນາມ - ສ ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ