ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ພັນ ລັດ​ເຊຍ ເລີ່ມ​ຕົ້ນ​ບັນ​ດາ​ການ​ເຄື່ອນ​ໄຫວ ຢ່າງ​ເປັນ​ທາງ​ການ​ໃນ​ການ​ຢ້ຽມ​ຢາ​ມ​ທາງ​ລັດ​ຖະ​ກິດ ຢູ່ ຫວຽດ​ນາມ

(VOVWORLD) - ທ່ານປະທານາທິບໍດີ ສະຫະພັນ ລັດເຊຍ Vladimir Putin ໄດ້ເດີນທາງມາຮອດຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ, ນີ້ກໍແມ່ນຄັ້ງທີ 5 ທີ່ທ່ານປະທານາທິບໍດີ Putin ມາຢ້ຽມຢາມຫວຽດນາມ ໃນຖານະເປັນປະທານາທິບໍດີ. 
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ພັນ ລັດ​ເຊຍ ເລີ່ມ​ຕົ້ນ​ບັນ​ດາ​ການ​ເຄື່ອນ​ໄຫວ ຢ່າງ​ເປັນ​ທາງ​ການ​ໃນ​ການ​ຢ້ຽມ​ຢາ​ມ​ທາງ​ລັດ​ຖະ​ກິດ ຢູ່ ຫວຽດ​ນາມ - ảnh 1ພິທີຕ້ອນຮັບທ່ານ ປະທານາທິບໍດີ ສະຫະພັນ ລັດເຊຍ Vladimir Putin (ພາບ: VOV)

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ, ຕອນຄ່ຳວັນທີ 19 ມິຖຸນາ, ທ່ານປະທານາທິບໍດີ ສະຫະພັນ ລັດເຊຍ Vladimir Putin ໄດ້ເດີນທາງມາຮອດຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ, ນີ້ກໍແມ່ນຄັ້ງທີ 5 ທີ່ທ່ານປະທານາທິບໍດີ Putin ມາຢ້ຽມຢາມຫວຽດນາມ ໃນຖານະເປັນປະທານາທິບໍດີ. ການຢ້ຽມຢາມແມ່ນເພື່ອແນໃສ່ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພັນ ລັດເຊຍ ເລິກເຊິ່ງກ່ວາອີກໃນທຸກຂົງເຂດ, ພິເສດແມ່ນໃນສະພາບການສອງປະເທດ ພວມມານະພະຍາຍາມປະຕິບັດຖະແຫຼງການຮ່ວມກ່ຽວກັບວິໄສທັດ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຮອດປີ 2030 ໃຫ້ປະກົດຜົນເປັນຈິງ. ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສະຫະພັນ ລັດເຊຍ ດັ້ງມິງຄອຍ ໃຫ້ຮູ້ວ່າ:

 ການພົວພັນລະຫວ່າງສອງປະເທດ ຫວຽດນາມ ແລະ ສະຫະພັນ ລັດເຊຍ ໄດ້ພັດທະນາມາແຕ່ດົນນານ, ແຕ່ສອງປະເທດຍັງມີເງື່ອນໄຂພັດທະນາເພື່ອສືບຕໍ່ພັດທະນາ ການພົວພັນນີ້ອີກ. ໃນການຢ້ຽມຢາມຄັ້ງນີ້ ຂອງທ່ານປະທານາທິບໍດີ ລັດເຊຍ Putin, ບັນດາການນຳສອງປະເທດ ຈະເພີ່ມທະວີການແລກປ່ຽນ ເພື່ອຊຸກຍູ້ບັນດາມາດຕະການເພື່ອປັບປຸງການພົວພັນໃນຂົງເຂດການຄ້າ ແລະ ການລົງທຶນຕອບສະໜອງຄວາມລໍຄອຍຂອງບັນດາການນຳ, ບັນດາວິສາຫະກິດ ແລະ ປະຊາຊົນສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ