ທ່ານປະທານາທິບໍດີ ສ.ເກົາຫຼີ ຊົມເຊີຍບາດກ້າວເດີນທີ່ມີຄວາມໝາຍຫຼາຍຢ່າງ

(VOVWORLD) -“ສິ່ງສໍາຄັນທີ່ສຸດ ແມ່ນ ອາເມລິກາ - ສປປ.ເກົາຫຼີ ໄດ້ປຶກສາຫາລືກ່ຽວກັບການສ້າງຕັ້ງສໍານັກງານການທູດລະຫວ່າງສອງຝ່າຍ, ເຊິ່ງເປັນບາດກ້າວໜຶ່ງທີ່ສໍາຄັນ ເພື່ອມຸ່ງໄປເຖິງການສ້າງສາຍພົວພັນສອງຝ່າຍເປັນປົກກະຕິ...”

ໃນບົດກ່າວປາໄສ ເນື່ອງໃນໂອກາດ ສ.ເກົາຫຼີ ສະເຫຼີມສະຫຼອງ 100 ປີ ແຫ່ງວັນຍາດໄດ້ເອກະລາດ ຄືວັນທີ 1 ມີນາ, ວັນທີ 1 ມີນາ, ທ່ານປະທານາທິບໍດີ ສ.ເກົາຫຼີ Jae –in ໄດ້ຊົມເຊີຍກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງ ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ການນໍາ ສປປ.ເກົາຫຼີ Kim Jong-un ຢູ່ຮ່າໂນ້ຍ ແມ່ນວິວັດການມຸ່ງໄປສູ່ຂໍ້ຕົກລົງ “ໃນລະດັບສູງກວ່າ” , ເຖິງວ່າສອງຝ່າຍບໍ່ບັນລຸໄດ້ຖະແຫຼງການຮ່ວມພາຍຫຼັງການພົບປະຄັ້ງນີ້ກໍຕາມ.

ທ່ານປະທານາທິບໍດີ ສ.ເກົາຫຼີ ຊົມເຊີຍບາດກ້າວເດີນທີ່ມີຄວາມໝາຍຫຼາຍຢ່າງ - ảnh 1ທ່ານປະທານາທິບໍດີ ສ.ເກົາຫຼີ Jae –in (ພາບ: Yonhap/TTXVN)

        ທ່ານປະທານາທິບໍດີ Moon Jae-in  ກໍໄດ້ເນັ້ນໜັກເຖິງບົດບາດສໍາຄັນຂອງ ເຊີອູນ ໃນເລື່ອງເປັນຂົວເຊື່ອມຕໍ່ລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ.                                                            ທ່ານຊີ້ແຈ້ງວ່າ: “ສິ່ງສໍາຄັນທີ່ສຸດ ແມ່ນ ອາເມລິກາ - ສປປ.ເກົາຫຼີ ໄດ້ປຶກສາຫາລືກ່ຽວກັບການສ້າງຕັ້ງສໍານັກງານການທູດລະຫວ່າງສອງຝ່າຍ, ເຊິ່ງເປັນບາດກ້າວໜຶ່ງທີ່ສໍາຄັນ ເພື່ອມຸ່ງໄປເຖິງການສ້າງສາຍພົວພັນສອງຝ່າຍເປັນປົກກະຕິ. ຂ້າພະເຈົ້າຕີລາຄາສູງທ່ານປະທານາທິບໍດີ Donald Trump, ທ່ານໄດ້ສະແດງໃຫ້ເຫັນບັນດາຄໍາໝັ້ນສັນຍາສືບຕໍ່ເຈລະຈາ ແລະ ມີບັນດາທັດສະນະທີ່ໜ້າປະເອີບໃຈ”.

        ທ່ານ Moon Jae-in ກໍໃຫ້ຮູ້ວ່າ: “ບົດບາດຂອງພວກຂ້າພະເຈົ້າໃນປັດຈຸບັນ ແມ່ນສໍາຄັນກວ່າ. ລັດຖະບານພວກຂ້າພະເຈົ້າຈະສືບຕໍ່ຕິດຕໍ່ພົວພັນ ແລະ ຮ່ວມມືກັບ ອາເມລິກາ ແລະ ສປປ.ເກົາຫຼີຢ່າງແໜ້ນແຟ້ນ ເພື່ອໜູນຊ່ວຍ 2  ປະເທດບັນລຸໄດ້ຂໍ້ຕົກລົງຮອບດ້ານດ້ວຍທຸກວິທີທາງ”.


ຕອບກັບ

ຂ່າວ/ບົດ​ອື່ນ