ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ເກົາຫຼີ ຢ້ຽມ​ຢາມ ຍີ່​ປຸ່ນ ຢ່າງ​ເປັນ​ທາງ​ການ

(VOVWORLD) -   ວັນທີ 16 ມີນາ, ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk – yeol ໄດ້ເລີ່ມຢ້ຽມຢາມ ຍີ່ປຸ່ນ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດກັບທ່ານນາຍົກລັດຖະມົນຕີປະເທດນີ້ Fumio Kishida. ການຢ້ຽມຢາມດັ່ງກ່າວດຳເນີນໃນລະຫວ່າງວັນທີ 16 – 17 ມີນາ, ແມ່ນການຢ້ຽມຢາມສອງງຝ່າຍຄັ້ງທຳອິດຂອງທ່ານປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງໄລຍະເວລາ 12 ປີ, ນັບແຕ່ປີ 2011 ມານີ້.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ເກົາຫຼີ ຢ້ຽມ​ຢາມ ຍີ່​ປຸ່ນ ຢ່າງ​ເປັນ​ທາງ​ການ - ảnh 1ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol ພ້ອມດ້ວຍພັນລະຍາ ໄປຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ (ພາບ: YONHAP/TTXVN)

ທ່ານ Kim Sung – han ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ສ.ເກົາຫຼີ ໃຫ້ຮູ້ວ່າ ການຢ້ຽມຢາມຂອງທ່ານປະທານາທິບໍດີ Yoon Suk – yeol ໄດ້ສະແດງໃຫ້ເຫັນການພົວພັນລະຫວ່າງ ສ.ເກົາຫຼີ - ຍີ່ປຸ່ນ ກ້າວເຂົ້າສູ່ໄລຍະເປັນປົກກະຕິ. ການນຳສອງປະເທດ ຈະປຶກສາຫາລືກ່ຽວກັບມາດຕະການກວມລວມເພື່ອຫັນການພົວພັນສອງຝ່າຍເປັນປົກກະຕິ. ນີ້ກໍແມ່ນກາລະໂອກາດເພື່ອໃຫ້ສອງປະເທດປຶກສາຫາລືວິທີການແກ້ໄຂບັນຫານະໂຍບາຍຕ່າງໆທີ່ກີດຂວາງການຮ່ວມມືທາງດ້ານເສດຖະກິດ ແລະ ເຮັດໃຫ້ການພົວພັນຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດເລິກເຊິ່ງຂຶ້ນຕື່ມ.

ທ່ານປະທານາທິບໍດີ Yoon Suk – yeol ກໍໄດ້ມີການພົບປະສົນທະນາຂັ້ນສູງກັບທ່ານນາຍົກລັດຖະມົນຕີ Sumio Kishida ເພື່ອປຶກສາຫາລືກ່ຽວກັບຫຼາຍບັນຫາຄື ຂໍ້ຕົກລົງວ່າດ້ວຍຄວາມໝັ້ນຄົງລວມກ່ຽວກັບຂໍ້ມູນການທະຫານ, ສົນທິສັນຍາແບ່ງປັນຂໍ້ມູນລາຊະການລັບການທະຫານ, ບັນຫາຍົກເລີກຄຳສັ່ງຈຳກັດການສົ່ງອອກສິ້ນສ່ວນອາໄຫຼ່ຫຼັກແຫຼ່ງຂອງ ຍີ່ປຸ່ນ ໄປຍັງ ສ.ເກົາຫຼີ.

 

ຕອບກັບ

ຂ່າວ/ບົດ​ອື່ນ