ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ເກົາຫຼີ ຮຽກ​ຮ້ອງ​ໃຫ້​ຍີ່​ປຸ່ນ ສ້າງ​ການ​ພົວ​ພັນ​ສອງ​ຝ່າຍ

(VOVWORLD) -ວັນທີ 14 ມັງກອນ, ທ່ານ Moon Jae – in ປະທານາທິບໍດີ ສ.ເກົາຫຼີ ໄດ້ເລັ່ງຍີ່ປຸ່ນ ຈົ່ງຮ່ວມມືມຸ່ງໄປສູ່ການສ້າງຕັ້ງການພົວພັນສອງຝ່າຍ “ເພື່ອອະນາຄົດ” ໂດຍໄວ.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ເກົາຫຼີ ຮຽກ​ຮ້ອງ​ໃຫ້​ຍີ່​ປຸ່ນ ສ້າງ​ການ​ພົວ​ພັນ​ສອງ​ຝ່າຍ - ảnh 1ທ່ານ Moon Jae – in ປະທານາທິບໍດີ ສ.ເກົາຫຼີ (ພາບ: YONHAP/TTXVN)

ຖະແຫຼງການດັ່ງກ່າວໂດຍທ່ານ Moon ຍົກອອກໃນການຕ້ອນຮັບທ່ານ Tomita Koji ເອກອັກຄະລັດຖະທູດ ຍີ່ປຸ່ນປະຈຳສ.ເກົາຫຼີ , ພາຍຫຼັງ ສານແຫ່ງໜຶ່ງຂອງ ສ.ເກົາຫຼີ ຮຽກຮ້ອງໃຫ້ ລັດຖະບານ ຍີ່ປຸ່ນ ຊົດເຊີຍເລື່ອງບັນດາແມ່ຍິງ ທີ່ເຄີຍຖືກນັກຮົບຍີ່ປຸ່ນ ທຳຮ້າຍ ໃນສົງຄາມໂລກຄັ້ງທີ II.

        ຕາມທ່ານ Kang Min – seok ໂຄສົກທຳນຽບປະທານາທິບໍດີ ສ.ເກົາຫຼີ ແລ້ວ, ທີ່ການຕ້ອນຮັບ, ທ່ານ Moon ໄດ້ເນັ້ນໜັກກັບທ່ານ  Tomita Koji ວ່າ ສ.ເກົາຫຼີ ແລະ ຍີ່ປຸ່ນ ແມ່ນສອງປະເທດບ້ານໃກ້ເຮືອນຄຽງ, ສະໜິດແໜ້ນ ແລະ ກໍ່ແມ່ນຄູ່ຮ່ວມມືສຳຄັນຂອງກັນ ເພື່ອບັນລຸໄດ້ສັນຕິພາບ, ຄວາມວັດທະນາຖາວອນ ຢູ່ພາກພື້ນອາຊີຕາເວັນອອກສ່ຽງເໜືອ ແລະ ໃນໂລກ. ເພາະສະນັ້ນ, ສອງປະເທດຄວນມານະພະຍາຍາມສືບຕໍ່ດຳເນີນການໂອ້ລົມສົນທະນາໂດຍບໍ່ຫົວຊາຕໍ່ບັນດາບັນຫາທີ່ຍັງຄົງຂ້າງລະຫວ່າງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ