ທ່ານປະທານາທິບໍດີ ສ.ໂອຕາລິດ ສືບຕໍ່ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ

ທ່ານປະທານາທິບໍດີ ສ.ໂອຕາລິດ ສືບຕໍ່ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ - ảnh 1
( ທ່ານ​ປະທານາທິບໍດີສ.​ໂອ​ຕາ​ລິດ Heinz Fischer )

( vovworld ) -   ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 29 – 31/5 ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດຫວຽດນາມ Truong Tan Sang, ວັນ​ທີ 31/5, ທ່ານ​ປະທານາທິບໍດີສ.​ໂອ​ຕາ​ລິດ Heinz Fischer ​ໄດ້​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ວິທະຍາສາດການ​ສຶກສາ​ຫວຽດນາມ - ໂອ​ຕາ​ລິດ ຢູ່​ມະຫາວິທະຍາ​ໄລ​ໄຊ​ງ່ອນ, ຢ້ຽມຢາມ​ຫໍພິພິດ​ຕະພັນວິຈິດ​ສິນນະຄອນ​ໂຮ່ຈິ​ມິນ. ຫຼັງ​ຈາກ​ນັ້ນ, ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ Le Hoang Quan ​ໄດ້​ຈັດ​ພິທີ​ຕ້ອນຮັບ ​ແລະ ຈັດ​ງານ​ລ້ຽງ​ຊົມ​ເຊີຍທ່ານ​ປະທານາທິບໍດີສ.​ໂອ​ຕາ​ລິດ Heinz Fischer ​ແລະ ພັນ​ລະ​ຍາ. ​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ປະທານາທິບໍດີສ.​ໂອ​ຕາ​ລິດ Heinz ​ໄດ້​ເດີນ​ທາງ​ອອກ​ຈາກ​ສະໜາມ​ບິນ​ສາກົນ Tan Son Nhat ກັບ​ຄືນ​ປະ​ເທດ, ສິ້ນ​ສຸດ​ການ​ຢ້ຽມຢາມ​ຫວຽດນາມ ​ເປັນ​ທາງ​ການຢ່າງ​ຈົບງາມ.

ຂ່າວ/ບົດ​ອື່ນ