ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອິດ​ສະ​ຣາ​ແອັນ ຢັ້ງ​ຢືນ ຫວຽດ​ນາມ ມີ​ທີ່​ຕັ້ງ​ສຳ​ຄັນ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ

(VOVWORLD) -ຫວຽດນາມ ມີທີ່ຕັ້ງສຳຄັນຍິ່ງໃນນະໂຍບາຍການຕ່າງປະເທດຂອງ ອິດສະຣາແອັນ. 
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອິດ​ສະ​ຣາ​ແອັນ ຢັ້ງ​ຢືນ ຫວຽດ​ນາມ ມີ​ທີ່​ຕັ້ງ​ສຳ​ຄັນ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ - ảnh 1ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິດສະຣາແອັນ ຫຼີດຶກຈູງ ເຂົ້າຍື່ນສານຕາຕັ້ງຂອງປະທານປະເທດ ຫງວຽນຊວັນຟຸກ ເຖິງທ່ານປະທານາທິບໍດີ ອິດສະຣາແອັນ Isaac Herzog (ພາບ: dangcongsan.vn) 

ວັນທີ 09 ສິງຫາ, ໃນການຕ້ອນຮັບທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິດສະຣາແອັນ ຫຼີດຶກຈູງ ເຂົ້າຍື່ນສານຕາຕັ້ງຂອງປະທານປະເທດ ຫງວຽນຊວັນຟຸກ, ທ່ານປະທານາທິບໍດີ ອິດສະຣາແອັນ Isaac Herzog ສະແດງຄວາມຄວາມເຄົາລົບນັບຖືຢ່າງໃຫຍ່ຫຼວງຕໍ່ທ່ານປະທານ ໂຮ່ຈີມິນ, ພິເສດແມ່ນມີຄວາມຈັບອົກຈັບໃຈກັບປະຫວັດສາດ ແລະ ວັດທະນະທຳທີ່ເປັນມູນເຊື້ອຂອງ ຫວຽດນາມ. ທ່ານ Herzog ກໍແບ່ງປັນຄວາມປາດຖະໜາວ່າ 2 ຝ່າຍສາມາດເພິ່ມທະວີການແລກປ່ຽນວິຊາການສຶກສາໃນການສຳຜັດ, ສັງເກດ, ຕີລາຄາວິທີການຮັບມືກັບການແກ້ງແຍ້ງຍຸດທະສາດຂອງບັນດາປະເທດໃຫຍ່ທີ່ນັບມື້ນັບສັບສົນ ແລະ ສະພາບແວດລ້ອມຄວາມໝັ້ນຄົງທົ່ວໂລກ ຍັງຂາດສະຖຽນລະພາບໃນຫຼາຍດ້ານ, ພ້ອມທັງຢັ້ງຢືນວ່າ ຫວຽດນາມ ມີທີ່ຕັ້ງສຳຄັນຍິ່ງໃນນະໂຍບາຍການຕ່າງປະເທດຂອງ ອິດສະຣາແອັນ. ສ່ວນ ທ່ານເອກອັກຄະລັດຖະທູດ ຫຼີດຶກຈູງ ສະແດງຄວາມເປັນກຽດ ທີ່ໄດ້ມາດຳລົງຕຳແໜ່ງເປັນເອກອັກຄະລັກຖະທູດ ຫວຽດນາມ ປະຈຳ ອິດສະຣາແອັນ ແລະ ຫວັງວ່າ ທ່ານປະທານາທິບໍດີ Herzog ຈະຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ - ອິດສະຣາແອັນ ໃຫ້ຫຼາຍກວ່າອີກ, ພິເສດແມ່ນໃນປີ 2023 ເຊິ່ງເປັນປີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ 2 ປະເທດ ຄົບຮອບ 30 ປີ.

ຕອບກັບ

ຂ່າວ/ບົດ​ອື່ນ