ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອິນ​ເດຍ Ram Nath Kovind ຢ້ຽມ​ຢາມ ບັງ​ກະ​ລາ​ເທດ

(VOVWORLD) -ການຢ້ຽມຢາມຄັ້ງນີ້ຂອງທ່ານປະທານາທິບໍດີ ອິນເດຍ Bangladesh ແມ່ນພະຍານຫຼັກຖານແກ່ບຸລິມະສິດຂອງທັງສອງປະເທດແມ່ນ ຍາມໃດກໍສະໜິດຕິດພັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນນີ້ໃຫ້ຫຼາຍກວ່າອີກ ໂດຍອີງໃສ່ຄຸນຄ່າລວມ, ຄວາມໄວ້ເນື້ອເຊື່ອໃຈ ແລະ ເຂົ້າໃຈເຊິ່ງກັນແລະກັນ.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອິນ​ເດຍ Ram Nath Kovind ຢ້ຽມ​ຢາມ ບັງ​ກະ​ລາ​ເທດ - ảnh 1ທ່ານປະທານາທິບໍດີ ອິນເດຍ Ram Nath Kovind ພົບປະກັບທ່ານນາງນາຍົກລັດຖະມົນຕີ ບັງກະລາເທດ Sheikh Hasina (ພາບ: indianewsnetwork.com)  

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານ Abdul Hamid ປະທານາທິບໍດີ ບັງກະລາເທດ, ທ່ານປະທານາທິບໍດີ ອິນເດຍ Ram Nath Kovind ໄດ້ເດີນທາງໄປຢ້ຽມຢາມປະເທດ ບັງກະລາເທດ ແຕ່ວັນທີ 15 ຫາວັນທີ 17 ທັນວາ, ເຂົ້າຮ່ວມພິທີສະເຫຼີມສະຫຼອງ Vijay Diwas ຄັ້ງທີ 50 ຢູ່ ບັງກະລາເທດ ດ້ວຍຖານະເປັນແຂກກິດຕິມະສັກ.

ໃນຂອບເຂດການຢ້ຽມຢາມ, ວັນທີ 15 ທັນວາ, ທ່ານປະທານາທິບໍດີ ອິນເດຍ Ram Nath Kovind ໄດ້ໂອ້ລົມສົນທະນາກັບ ທ່ານປະທານາທິບໍດີ ບັງກະລາເທດ Abdul Hamid, ສອງຝ່າຍໄດ້ຮັບຮູ້ຄວາມກ້າວໜ້າໃນການພົວພັນສອງຝ່າຍ ແລະ ປຶກສາຫາລືກ່ຽວກັບວິທີຮັດແໜ້ນສາຍພົວພັນຮ່ວມມືໃຫ້ເລິກເຊິ່ງກວ້າງຂວາງຂຶ້ນຕື່ມ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ. ທ່ານປະທານາທິບໍດີ ອິນເດຍ Ram Nath Kovind ກໍມີການພົບປະກັບທ່ານນາງນາຍົກລັດຖະມົນຕີ ບັງກະລາເທດ Sheikh Hasina.

ການຢ້ຽມຢາມຄັ້ງນີ້ຂອງທ່ານປະທານາທິບໍດີ ອິນເດຍ Bangladesh ແມ່ນພະຍານຫຼັກຖານແກ່ບຸລິມະສິດຂອງທັງສອງປະເທດແມ່ນ ຍາມໃດກໍສະໜິດຕິດພັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນນີ້ໃຫ້ຫຼາຍກວ່າອີກ ໂດຍອີງໃສ່ຄຸນຄ່າລວມ, ຄວາມໄວ້ເນື້ອເຊື່ອໃຈ ແລະ ເຂົ້າໃຈເຊິ່ງກັນແລະກັນ.


 

ຕອບກັບ

ຂ່າວ/ບົດ​ອື່ນ