ທ່ານປະທານາທິບໍດີ ອິນໂດເນເຊຍ ອວຍພອນສາສະນິກກະຊົນເນື່ອງໃນໂອກາດວັນບຸນໃຫຍ່ Vesak

(VOVWORLD) - ໃນໂອກາດວັນບຸນວິສາຂະບູຊາປີນີ້, ບັນດານັກບວດມາຈາກຫຼາຍປະເທດ ໄດ້ປະຕິບັດການເດີນທາງນະມັດສະການທີ່ມີຊື່ວ່າ “Thudong” ດ້ວຍວິທີຍ່າງໄປເຖິງວິຫານ Borobudur ຢູ່ Magelang, Java ກາງ ຂອງປະເທດ ອິນໂດເນເຊຍ.
ທ່ານປະທານາທິບໍດີ ອິນໂດເນເຊຍ ອວຍພອນສາສະນິກກະຊົນເນື່ອງໃນໂອກາດວັນບຸນໃຫຍ່ Vesak - ảnh 1ນັກບວດປະຕິບັດການເດີນທາງນະມັດສະການທີ່ມີຊື່ວ່າ “Thudong”
(ພາບ: ANTARA)

ວັນທີ 4 ມິຖຸນາ, ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ໄດ້ສົ່ງຄຳອວຍພອນເນື່ອງໃນໂອກາດວັນບຸນໃຫຍ່ Vesak – ຍັງເອີ້ນວ່າ ວັນບຸນ ວິສາຂະບູຊາ - ເຖິງສາສະນິກກະຊົນໝົດທຸກຄົນ ແລະ ພາວະນາໃຫ້ທຸກໆຄົນມີຄວາມຜາສຸກ.

        ໃນໂອກາດວັນບຸນວິສາຂະບູຊາປີນີ້, ບັນດານັກບວດມາຈາກຫຼາຍປະເທດ ໄດ້ປະຕິບັດການເດີນທາງນະມັດສະການທີ່ມີຊື່ວ່າ “Thudong” ດ້ວຍວິທີຍ່າງໄປເຖິງວິຫານ Borobudur ຢູ່ Magelang, Java ກາງ ຂອງປະເທດ ອິນໂດເນເຊຍ. “Thudong” ແມ່ນພິທີກຳໂດຍນັກບວດປະຕິບັດ, ເຊິ່ງແມ່ນການຍ່າງຜ່ານເສັ້ນທາງ ຍາວປະມານ 1.000 ກມ, ເພື່ອເຮັດຕາມແບບພະພູດທະເຈົ້າ. ບັນດານັກບວດປະຕິບັດການນະມັດສະການໄປຍັງ Borobudur ໃນວັນທີ 31 ພຶດສະພາ ແລະ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ, ສຸດຈິດສຸດໃຈຂອງປະຊາຊົນທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ