ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອິນ​ໂດ​ເນ​ເຊຍ ເປັ​ນ​ປະ​ທານ​ພິ​ທີ​ຕ້ອນ​ຮັ​ບ ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກດ້ວຍ​ລະ​ດັບ​ຊາດ

(VOVWORLD) -ຕອນເຊົ້າວັນທີ 22 ທັນວາ, ຢູ່ທຳນຽບປະທານາທິບໍດີ ຢູ່ນະຄອນ Bogor,  ແຂວງ ຕາເວັນຕົກ Java, ທ່ານປະທານາທິບໍດີ Joko Widodo ໄດ້ເປັນປະທານພິທີຕ້ອນຮັບ ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກດ້ວຍລະດັບຊາດ.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອິນ​ໂດ​ເນ​ເຊຍ ເປັ​ນ​ປະ​ທານ​ພິ​ທີ​ຕ້ອນ​ຮັ​ບ ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກດ້ວຍ​ລະ​ດັບ​ຊາດ - ảnh 1ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ທ່ານປະທານາທິບໍດີ ສ.ອິນໂດເນເຊຍ Joko Widodo
(ພາບ: VOV)

ໂດຍໄດ້ຮັບຄຳເຊື້ອເຊີນຈາກທ່ານປະທານາທິບໍດີ ສ.ອິນໂດເນເຊຍ Joko Widodo, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄປຢ້ຽມຢາມທາງລັດຖະກິດອິນໂດເນເຊຍ ໃນລະຫວ່າງວັນທີ 21 - 23 ທັນວາ. ຕອນເຊົ້າວັນທີ 22 ທັນວາ, ຢູ່ທຳນຽບປະທານາທິບໍດີ ຢູ່ນະຄອນ Bogor,  ແຂວງ ຕາເວັນຕົກ Java, ທ່ານປະທານາທິບໍດີ Joko Widodo ໄດ້ເປັນປະທານພິທີຕ້ອນຮັບ ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກດ້ວຍລະດັບຊາດ.

ພາຍຫຼັງພິທີຕ້ອນຮັບ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ປູກຕົ້ນໄມ້ທີ່ລະນຶກ ຢູ່ທຳນຽບປະທານາທິບໍດີ. ຫຼັງຈາກນັ້ນ, ການນຳສອງທ່ານໄດ້ນຳໜ້າຄະນະຜູ້ແທນຂັ້ນສູງສອງປະເທດດຳເນີນການພົບປະເຈລະຈາ, ຕີລາຄາບັນດາໝາກຜົນໃນການຮ່ວມມືທີ່ບັນລຸໄດ້ໃນຊຸມປີຜ່ານມາ, ປຶກສາຫາລືການກຳນົດທິດເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ - ອິນໂດເນເຊຍເລິກເຊິ່ງກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ