ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອີ​ຢິບ ເດີນ​ທາງ​ໄປ​ຍັງ ຝ​ລັ່ງ ເພື່ອເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສຳ​ຄັນ​ຕ່າງໆ​ກ່ຽວ​ກັບ​ພາກ​ພື້ນ

(VOVWORLD) -        ວັນທີ 16 ພຶດສະພາ, ທ່ານປະທານາທິບໍດີ ອີຢິບ Abdel – Fattah El – Sisi  ໄດ້ເດີນທາງໄປຍັງ ຝລັ່ງ ເພື່ອເຂົ້າຮ່ວມກອງປະຊຸມ ປາຣີ ກ່ຽວກັບການໜູນຊ່ວຍວິວັດທະນາການຂ້າມຜ່ານຂອງ ຊູດັງ ແລະ ກອງປະຊຸມສຸດຍອດ ກ່ຽວກັບການອຸປະຖຳໃຫ້ບັນດາພື້ນຖານເສດຖະກິດ ອາຟະລິກາ. ສອງເຫດການດັ່ງກ່າວ ຖືກຈັດຂຶ້ນໃນວັນທີ 17 ແລະ 18 ພຶດສະພາ ຕາມລຳດັບ.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອີ​ຢິບ ເດີນ​ທາງ​ໄປ​ຍັງ ຝ​ລັ່ງ ເພື່ອເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສຳ​ຄັນ​ຕ່າງໆ​ກ່ຽວ​ກັບ​ພາກ​ພື້ນ - ảnh 1ທ່ານປະທານາທິບໍດີ ອີຢິບ Abdel – Fattah El – Sisi  (ພາບ: TTXVN)

ທີ່ກອງປະຊຸມສຸດຍອດກ່ຽວກັບການອຸປະຖຳໃຫ້ບັນດາພື້ນຖານເສດຖະກິດ ອາຟະລິກາ, ທ່ານປະທານາທິບໍດີ ອີຢິບ ຈະສຸມໃສ່ຫຼາຍຫົວຂໍ້ທີ່ແຕກຕ່າງກັນ ເຊິ່ງບັນດາປະເທດ ອາຟະລິກາ ມີຄວາມສົນໃຈ, ລວມມີຄວາມສຳຄັນຂອງການເພີ່ມທະວີບັນດາຄວາມມານະພະຍາຍາມສາກົນ ເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາພື້ນຖານເສດຖະກິດໃນພາກພື້ນເຊື່ອມໂຍງເຂົ້າກັບພື້ນຖານເສດຖະກິດທົ່ວໂລກ, ກໍຄືສ້າງເງື່ອນໄຂສະດວກແກ່ການຖ່າຍທອດເຕັກໂນໂລຢີໃຫ້ບັນດາປະເທດ ອາຟະລິກາ.

        ໃນຂອບເຂດການເດີນທາງໄປຢ້ຽມຢາມ ຝລັ່ງ ຄັ້ງນີ້, ທ່ານປະທານາທິບໍດີ ອີຢິບ Abdel – Fattah El – Sisi   ແລະ ທ່ານປະທານາທິບໍດີ ຝລັ່ງ Emmanuel Macron  ຈະປຶກສາຫາລືກ່ຽວກັບສາຍພົວພັນສອງຝ່າຍ. ການນຳສອງປະເທດດັ່ງກ່າວ ກໍຈະມີການແລກປ່ຽນກ່ຽວກັບບັນດາບັນຫາສາກົນ ເຊິ່ງສອງຝ່າຍມີຄວາມສົນໃຈອີກດ້ວຍ.


ຕອບກັບ

ຂ່າວ/ບົດ​ອື່ນ