ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອີ​ຣານ ຊັ່ງ​ຊາ​ຄວາມ​ສາ​ມາດ​ໃນ​ກ​ານ​ເຈ​ລະ​ຈາ ກັບ ອາ​ເມ​ລິ​ກາ ຖ້າ​ຫາກ ອາ​ເມ​ລິ​ກາ ກັບ​ຄືນ​ສູ່​ຂໍ້​ຕົກ​ລົງ ນິວ​ເຄຼຍ

(VOVWORLD) -ວໍຊີງຕັນ ຕ້ອງກັບຄືນສູ່ຂໍ້ຕົກລົງນິວເຄຼຍ ປີ 2015 ລະຫວ່າງ ເຕເຮຣານ ກັບ ບັນດາປະເທດມະຫາອຳນາດໃນໂລກ ຫຼື ເອີ້ນວ່າ ແຜນການດຳເນີນງານຮ່ວມຮອບດ້ານ (JCPOA).
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ  ອີ​ຣານ ຊັ່ງ​ຊາ​ຄວາມ​ສາ​ມາດ​ໃນ​ກ​ານ​ເຈ​ລະ​ຈາ ກັບ ອາ​ເມ​ລິ​ກາ ຖ້າ​ຫາກ ອາ​ເມ​ລິ​ກາ ກັບ​ຄືນ​ສູ່​ຂໍ້​ຕົກ​ລົງ ນິວ​ເຄຼຍ - ảnh 1 ທ່ານປະທານາທິບໍດີ ອີຣານ Hassan Rouhani (ພາບ: TTXVN)

        ໃນບົດກ່າວປາໄສທີ່ໄດ້ຍົກອອກມາໃນວັນທີ 25 ສິງຫາ, ທ່ານປະທານາທິບໍດີ ອີຣານ Hassan Rouhani ໄດ້ຊັ່ງຊາຄວາມສາມາດໃນການເຈລະຈາກັບ ອາເມລິກາ, ແຕ່ດ້ວຍເງື່ອນໄຂທີ່ວ່າ ວໍຊີງຕັນ ຕ້ອງກັບຄືນສູ່ຂໍ້ຕົກລົງນິວເຄຼຍ ປີ 2015 ລະຫວ່າງ ເຕເຮຣານ ກັບ ບັນດາປະເທດມະຫາອຳນາດໃນໂລກ ຫຼື ເອີ້ນວ່າ ແຜນການດຳເນີນງານຮ່ວມຮອບດ້ານ (JCPOA). ພ້ອມທັງຢັ້ງຢືນວ່າ ນະໂຍບາຍຂອງ ວໍຊີງຕັນ ທີ່ແນໃສ່ກໍ່ຄວາມກົດດັ່ນຫຼາຍທີ່ສຸດໃຫ້ ເຕເຮຣານ ນັ້ນ ແມ່ນຖືກປະລາໄຊແລ້ວ”.

        ອາທິດແລ້ວນີ້, ອຳນາດການປົກຄອງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ເລີ່ມດຳເນີນຂັ້ນຕອນຕ່າວປີ້ນ” ເພື່ອແນໃສ່ຈັດວາງບັນດາຄຳສັ່ງລົງໂທດຂອງ ສປຊ ຕໍ່ ອີຣານ, ເຊິ່ງເປັນບາດກ້າວເດີນທີ່ຖືວ່າ ສາມາດທຳລາຍຂໍ້ຕົກລົງນິວເຄຼຍ ລະຫວ່າງ ອີີຣານ ກັບ ກຸ່ມ P5+1 ທີ່ໄດ້ລົງນາມເມື່ອປີ 2015.

        ໄລ່ຮອດຈຸດເວລານີ້, ມີ 13/15 ປະເທດສະມາຊິກຂອງ ສະພາຄວາມໝັ້ນຄົງ ສປຊ ໄດ້ຄັດຄ້ານຂໍ້ຕົກລົງຈັດວາງຄຳສັ່ງລົງໂທດຕໍ່ ອີຣານ ຄືນໃໝ່./.

ຕອບກັບ

ຂ່າວ/ບົດ​ອື່ນ