ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາບ​ການ​ນິດ​ສະ​ຖານ ແລ​ກ​ປ່ຽນ​ກັບ​ທ່ານ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າ​ງ​ປະ​ເທດ ອາ​ເມ​ລິ​ກາ ກ່ຽວ​ກັບ​ການ​ຖອນ​ທະ​ຫານ

(VOVWORLD) -ການພົບປະນີ້ໄດ້ດຳເນີນພາຍຫຼັງ 1 ວັນ ທີ່ທ່ານປະທານາທິບໍດີ ອາເມລິກາ Joe Biden ປະກາດວ່າ ປະເທດນີ້ ຈະຢຸດຕິບັ້ນສົງຄາມທີ່ແກ່ຍາວທີ່ສຸດ ດ້ວຍການຖອນທະຫານອອກຈາກ ອາບການິດສະຖານ ເລີ່ມແຕ່ວັນທີ 1 ພຶດສະພາ ແລະ ຈະສິ້ນສຸດວິວັດການດັ່ງກ່າວໃນວັນທີ 11 ກັນຍາ ປີ 2021.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາບ​ການ​ນິດ​ສະ​ຖານ ແລ​ກ​ປ່ຽນ​ກັບ​ທ່ານ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າ​ງ​ປະ​ເທດ ອາ​ເມ​ລິ​ກາ ກ່ຽວ​ກັບ​ການ​ຖອນ​ທະ​ຫານ - ảnh 1ທ່ານປະທານາທິບໍດີ ອາບການິດສະຖານ Mohammad Ashraf Ghani  ໃນການພົບປະກັບທ່ານ Antony Blinken ລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ (ພາບ: TTXVN)

ວັນທີ 15 ເມສາ, ຫ້ອງວ່າການທ່ານປະທານາທິບໍດີ ອາບການິດສະຖານ Mohammad Ashraf Ghani ໃຫ້ຮູ້ວ່າ ທ່ານ Ghani ໄດ້ແລກປ່ຽນກັບທ່ານ Antony Blinken ລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ, ຜູ້ທີ່ພວມເດີນທາງໄປຢ້ຽມຢາມ Kabul, ກ່ຽວກັບເລື່ອງ ວໍຊິງຕັນຖອນທະຫານ ແລະ ບັ້ນຕໍ່ສູ້ຕ້ານລັດທິການກໍ່ການຮ້າຍ. ໃນການປະຊຸມທີ່ໄດ້ດຳເນີນຢູ່ທຳນຽບ ປະທານາທິບໍດີ ອາບການິດສະຖານ, ທ່ານ Ghani ໄດ້ເນັ້ນໜັກເຖິງຄວາມມານະພະຍາຍາມລວມ ຂອງທຸກໆປະເທດ ໃນບັ້ນຕໍ່ສູ້ຕ້ານລັດທິການກໍ່ການຮ້າຍ. ທ່ານ ປະທານາທິບໍດີ Ghani ໄດ້ຢັ້ງຢືນວ່າ ອາບການິດສະຖານ ເຄົາລົບຂໍ້ຕົກລົງຫວ່າງມໍ່ໆມານີ້ ຂອງຄູ່ຮ່ວມຕຳແໜ່ງ ອາເມລິກາ ກ່ຽວກັບການຖອນທະຫານກັບຄືນປະເທດ ແລະ Kabul ຈະຮັບປະກັນວິວັດການມອບໂອນໄດ້ດຳເນີນໄປຢ່າງສະດວກ.

        ການພົບປະນີ້ໄດ້ດຳເນີນພາຍຫຼັງ 1 ວັນ ທີ່ທ່ານປະທານາທິບໍດີ ອາເມລິກາ Joe Biden ປະກາດວ່າ ປະເທດນີ້ ຈະຢຸດຕິບັ້ນສົງຄາມທີ່ແກ່ຍາວທີ່ສຸດ ດ້ວຍການຖອນທະຫານອອກຈາກ ອາບການິດສະຖານ ເລີ່ມແຕ່ວັນທີ 1 ພຶດສະພາ ແລະ ຈະສິ້ນສຸດວິວັດການດັ່ງກ່າວໃນວັນທີ 11 ກັນຍາ ປີ 2021.

ຕອບກັບ

ຂ່າວ/ບົດ​ອື່ນ