ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ກັບ​ຄືນ​ສູ່​ການເຮັດ​ວຽກເປັນ​ປົກ​ກະ​ຕິ ພາຍຫຼັງ​ໄລ​ຍະ​ປິ່ນ​ປົວ​ພະ​ຍາດ​ໂຄວິດ - 19

(VOVWORLD) -ວັນທີ 7 ຕຸລາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ກັບຄືນສູ່ການເຮັດວຽກ ເປັນປົກກະຕິ ພາຍຫຼັງໄລຍະປິ່ນປົວພະຍາດໂຄວິດ - 19.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ກັບ​ຄືນ​ສູ່​ການເຮັດ​ວຽກເປັນ​ປົກ​ກະ​ຕິ ພາຍຫຼັງ​ໄລ​ຍະ​ປິ່ນ​ປົວ​ພະ​ຍາດ​ໂຄວິດ - 19 - ảnh 1 ໃນ 24 ຊົ່ວໂມງທີ່ຜ່ານມາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ບໍ່ມີອາການຂອງຜູ້ຕິດເຊື້ອໂຄວິດ - 19 ແລ້ວ (ພາບ: REUTERS)

ໃນວັນດຽວກັນ, ທ່ານ Sen Conley, ທ່ານໝໍຂອງທ່ານປະທານາທິບໍດີ ອາເມລິກາ Donald Trump  ກໍແຈ້ງໃຫ້ຊາບວ່າ ໃນ 24 ຊົ່ວໂມງທີ່ຜ່ານມາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ບໍ່ມີອາການຂອງຜູ້ຕິດເຊື້ອໂຄວິດ - 19 ແລ້ວ ແລະ ໃນ 4 ວັນຜ່ານມາ ບໍ່ໄດ້ເປັນໄຂ້ອີກແລ້ວ. ທ່ານໝໍ Sen Conley ກໍໃຫ້ຮູ້ວ່າ ປະລິມານ ອົກຊີ ໃນເລືອດ ແລະ ຄວາມຖີ່ຫາຍໃຈຂອງປະທານາທິບໍດີ ເປັນປົກກະຕິ ແລະ ໃນເລືອດມີພູມຕ້ານທານຕໍ່ເຊື້ອໄວຣັດແລ້ວ.

        ຕາມໂຄສົກຂອງທຳນຽບຂາວ, ວັນທີ 7 ຕຸລາ, ທ່ານປະທານາທິບໍດີ Donald Trump ໄດ້ກັບຄືນສູ່ການເຮັດວຽກ ແລະ ໄດ້ລາຍງານກ່ຽວກັບບັນດາການເຈລະຈາບ້ວງເງິນກະຕຸ້ນເສດຖະກິດ ເພີ່ມເຕີມ ກໍຄື ສະພາບການຂອງພາຍຸ Delta.

ຟ້າມຮວັນ - ນັກຂ່າວ VOV ປະຈຳ ອາເມລິກາ


 

ຕອບກັບ

ຂ່າວ/ບົດ​ອື່ນ