ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ຊັ່​ງ​ຊາ​ຕໍ່​ການລົງ​ສ​ະ​ໝັກຫາ​ສຽງ​ເລືອກ​ຕັ້ງ​ຄືນ​ໃໝ່​ໃນ​ປີ 2024

(VOVWORLD) -   ວັນທີ 2 ທັນວາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ເປີດເຜີຍແນວຄວາມຄິດ ອາດຈະເຂົ້າຮ່ວມການເລືອກຕັ້ງປະທານາທິບໍດີ ອາເມລິກາ ໃນປີ 2024. ໄປຄຽງຄູ່ກັນນັ້ນ, ທ່ານປະທານາທິບໍດີ Donald Trump ສືບຕໍ່ກ່າວຫາວ່າ ມີການສໍ້ໂກງໃນການເລືອກຕັ້ງ, ເຖິງວ່າຍັງບໍ່ທັນມີຫຼັກຖານໃດກໍຕາມ.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ຊັ່​ງ​ຊາ​ຕໍ່​ການລົງ​ສ​ະ​ໝັກຫາ​ສຽງ​ເລືອກ​ຕັ້ງ​ຄືນ​ໃໝ່​ໃນ​ປີ 2024 - ảnh 1ທ່ານປະທານາທິບໍດີ Donald Trump (ພາບ:  AFP/TTXVN)

ເກືອບໜຶ່ງເດືອນພາຍຫຼັງການເລືອກຕັ້ງທີ່ຈັດຂຶ້ນໃນວັນ 3 ພະຈິກ, ທ່ານປະທານາທິບໍດີ Donald Trump ຍັງບໍ່ຍອມຮັບຕໍ່ໄຊຊະນະຂອງຜູ້ສະໝັກເລືອກຕັ້ງ ພັກປະຊາທິປະໄຕ Joe Biden, ພ້ອມທັງມານະພະຍາຍາມຊຸກຍູ້ການເຄື່ອນໄຫວທາງດ້ານນິຕິກຳ ເພື່ອແນໃສ່ຕ່າວປີ້ນໝາກຜົນ. ເຖິງຢ່າງໃດກໍຕາມ, ໄລ່ມາຮອດປັດຈຸບັນ, ບັນດາຄວາມມານະພະຍາຍາມດັ່ງກ່າວ ລ້ວນແຕ່ຖືກປະລາໄຊຢູ່ບັນດາລັດສຳຄັນ ຄື Wisconsin, Arizona, Pennsylvania ແລະ Michigan. ລັດຖະມົນຕີກະຊວງຍຸຕິທຳ ອາເມລິກາ ທ່ານ Bill Barr  ຢັ້ງຢືນວ່າ ບໍ່ມີຫຼັກຖານກ່ຽວກັບການສໍ້ໂກງ “ທີ່ມີລັກສະນະຕັດສິນ” ໃນການເລືອກຕັ້ງປະທານາທິບໍດີ ອາເມລິກາ ເພື່ອສາມາດຕ່າວປິ້ນໄຊຊະນະຂອງທ່ານ Joe Biden ກັບ ທ່ານ Donald Trump.

ຕອບກັບ

ຂ່າວ/ບົດ​ອື່ນ