ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ຕີ​ລາ​ຄາ​ສູງ​​ກຳ​ລັງຄວາມ​ສາ​ມາດ​ໃນ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ ຂອງ ຫວຽດ​ນາມ

(VOVWORLD) -ວັນທີ 6 ພຶດສະພາ, ຢູ່ຫ້ອງວ່າການລັດຖະບານ, ຕາມການສະເໜີຈາກຝ່າຍອາເມລິກາ, ທ່ານ ຫງວຽນຊວັນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ອາເມລິກາ Donald Trump.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ຕີ​ລາ​ຄາ​ສູງ​​ກຳ​ລັງຄວາມ​ສາ​ມາດ​ໃນ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ ຂອງ ຫວຽດ​ນາມ - ảnh 1ທ່ານ ຫງວຽນຊວັນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: TTXVN)

ໃນການໂອ້ລົມທາງໂທລະສັບ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຕີລາຄາສູງກຳລັງຄວາມສາມາດໃນການຮັບມືກັບໂລກລະບາດ ຂອງ ຫວຽດນາມ ແລະ ສະແດງຄວາມຂອບໃຈ ຕໍ່ເລື່ອງຫວຽດນາມໄດ້ສ້າງເງື່ອນໄຂໃນການສະໜອງ ແລະ ຂົນສົ່ງອຸປະກອນການແພດ ກໍ່ຄືມອບຜ້າອັດປາກ - ດັງໃຫ້ແກ່ອາເມລິກາ. ທ່ານປະທານາທິບໍດີ Donald Trump ໄດ້ປະກາດວ່າ ພ້ອມແລ້ວທີ່ຈະມອບເຄື່ອງຊ່ວຍຫາຍໃຈເພື່ອປິ່ນປົວຜູ້ຕິດ Covid – 19 ໃຫ້ແກ່ຫວຽດນາມ, ພ້ອມທັງສະເໜີວ່າ ສອງປະເທດຈະສືບຕໍ່ຮ່ວມມືໃນການປ້ອງກັນ, ສະກັດກັ້ນໂລກລະບາດຢ່າງແໜ້ນແຟ້ນກ່ວາອີກ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ທ່ານປະທານາທິບໍດີ Donald Trump ໄດ້ສະແດງຄວາມເພິ່ງພໍໃຈກ່ຽວກັບຄວາມຄືບໜ້າຢ່າງແທ້ຈິງໃນການພົວພັນລະຫວ່າງສອງປະເທດໃນທຸກໆຂົງເຂດ ໃນໄລຍະທີ່ຜ່ານມາ, ແຕ່ການເມືອງ - ການຕ່າງປະເທດ, ເສດຖະກິດ - ການຄ້າ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ຕະຫຼອດຮອດ ວິທະຍາສາດ - ການສຶກສາ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ການແລກປ່ຽນພົວພັນປະຊາຊົນ. ທ່ານ ຫງວຽນຊວັນຟຸກ ແລະ ທ່ານ Donald Trump ໄດ້ເຫັນດີເປັນເອກະພາບຈະສືບຕໍ່ຊຸກຍູ້ການພົວພັນການເສດຖະກິດ - ການຄ້າໃຫ້ຫຼາຍກ່ວາອີກ, ສືບຕໍ່ເປີດປະຕູການຕະຫຼາດໃຫ້ແກ່ສິນຄ້າຂອງກັນໃນໄລຍະຈະມາເຖິງ. ການນຳສອງທ່ານກໍ່ແລກປ່ຽນກັນກ່ຽວກັບບັນດາມາດຕະການເພື່ອນຳການພົວພັນຮອບດ້ານເຂົ້າສູ່ລວງເລິກ, ເປັນຕົ້ນແມ່ນໃນໂອກາດສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ຜ່ານນັ້ນປະກອບສ່ວນຢ່າງແທ້ຈິງໃຫ້ແກ່ການສ້າງສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ