ທ່ານ​ປະ​ທາ​ນາ​ທ​ິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ຖືກ​ກ່າວ​ພິ​ຈາ​ລະ​ນາ​​ການ​ກະ​ທ​ຳ​ພິດ​ຢ່າງ​ເປັນ​ທາງ​ການ

(VOVWORLD) -ພຽງແຕ່ 2 – 3 ນາທີ ພາຍຫຼັງການຮັບຮອງເອົາມາດຕາວ່າດ້ວຍການກ່າວພິຈາລະນາການກະທຳພິດ ທ່ານ ປະທານາທິບໍດີອາເມລິກາ Donald Trump ໃຊ້ສິດອຳນາດ ເກີນຂອບເຂດ ໃນຕອນເຊົ້າວັນທີ 19 ທັນວາ (ຕາມເວລາ ຫວຽດນາມ)
ທ່ານ​ປະ​ທາ​ນາ​ທ​ິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ຖືກ​ກ່າວ​ພິ​ຈາ​ລະ​ນາ​​ການ​ກະ​ທ​ຳ​ພິດ​ຢ່າງ​ເປັນ​ທາງ​ການ - ảnh 1ທ່ານ ປະທານາທິບໍດີອາເມລິກາ Donald Trump (ພາບ: Reuters) 

ສະພາຕ່ຳອາເມລິກາສືບຕໍ່ຮັບຮອງເອົາມາດຕາ ພິຈາລະນາກະທຳພິດທ່ານ Donald Trump ທີ່ກີດກັ້ນສະພາຕ່ຳຂອງ. ມາດຕາໄດ້ຮັບການຮັບຮອງເອົາດ້ວຍບັດສະໜັບສະໜູນ 229 ບັດຂອງບັນດາສະມາຊິກພັກປະຊາທິປະໄຕ ແລະ ບັດຄ້ານ 198 ບັດລວມມີບັນດາສະມາຊິກພັກສາທາລະນະທັງໝົດ ແລະ ສະມາຊິກພັກປະຊາທິປະໄຕ 3 ທ່ານ.

        ດັ່ງນັ້ນ ທ່ານ Donald Trump, ປະທານາທິບໍດີ ຜູ້ທີ 45 ຂອງ ອາເມລິກາ, ໄດ້ກາຍເປັນ ປະທານາທິບໍດີຜູ້ທີ 3 ໃນ ປະຫວັດສາດອາເມລິກາຖືກກ່າວພິຈາລະນາການກະທຳພິດ.

ຕອບກັບ

ຂ່າວ/ບົດ​ອື່ນ