ທ່ານປະທານາທິບໍດີ ອາເມລິກາ Donald Trump ຫວັງວ່າຈະບັນລຸຂໍ້ຕົກລົງກັບ ສປປ.ເກົາຫຼີໃນອະນາຄົດ

(VOVWORLD) -ສອງຝ່າຍ ມີ “ການພົວພັນທີ່ດີ” ແລະ ທ່ານຕັດສິນໃຈວ່າ “ຍັງບໍ່ທັນຮອດຈຸດເວລາທີ່ເໝາະສົມເພື່ອລົງນາມເອກະສານໃດໆ”.

ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ ທ່ານຍັງຄົງມີຄວາມຫວັງວ່າ ຈະບັນລຸໄດ້ຂໍ້ຕົກລົງນິວເຄຼຍກັບ ສປປ.ເກົາຫຼີ ໃນອະນາຄົດ. ເມື່ອຕອບສໍາພາດຕໍ່ນັກຂ່າວ Fox News ໃນຕອນຄໍ່າວັນທີ 28 ກຸມພາ ຕາມເວລາທ້ອງຖິ່ນ, ທ່ານ Donald Trump ໄດ້ຍອມຮັບວ່າ: “ຂ້າພະເຈົ້າບໍ່ພໍໃຈ” ແລະ ຖືວ່າ ການນໍາ ສປປ.ເກົາຫຼີ ອາດຈະບໍ່ພໍໃຈເຊັ່ນດຽວກັນ. ເຖິງຢ່າງໃດກໍຕາມ, ທ່ານ Donald Trump ກໍເນັ້ນໜັກວ່າ ສອງຝ່າຍ ມີ “ການພົວພັນທີ່ດີ” ແລະ ທ່ານຕັດສິນໃຈວ່າ “ຍັງບໍ່ທັນຮອດຈຸດເວລາທີ່ເໝາະສົມເພື່ອລົງນາມເອກະສານໃດໆ”.

ທ່ານປະທານາທິບໍດີ ອາເມລິກາ Donald Trump ຫວັງວ່າຈະບັນລຸຂໍ້ຕົກລົງກັບ ສປປ.ເກົາຫຼີໃນອະນາຄົດ - ảnh 1ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບປະກອບ:   AFP/TTXVN)

        ກ່ຽວຂ້ອງເຖິງສາເຫດກອງປະຊຸມສຸດຍອດຄັ້ງທີ 2 ບໍ່ບັນລຸໄດ້ຂໍ້ຕົກລົງ, ສອງຝ່າຍໄດ້ຍົກອກບັນດາຄໍາອະທິບາຍທີ່ແຕກຕ່າງກັນ. ກ່າວຄໍາເຫັນໃນການຖະແຫຼງຂ່າວຢູ່ ຮ່າໂນ້ຍ ພາຍຫຼັງສິ້ນສຸດກອງປະຊຸມ, ທ່ານ Donald Trump ໃຫ້ຮູ້ວ່າ ຝ່າຍ ສປປ.ເກົາຫຼີ ໄດ້ສະເໜີຍົກເລີກມາດຕະການລົງໂທດທຸກປະການ, ໃນຂະນະນັ້ນ, ໃນການຖະແຫຼງຂ່າວຕ່າງຫາກທີ່ຈັດຂຶ້ນໃນຄໍ່າຄືນວັນທີ 28 ກຸມພາ, ຢູ່ໂຮງແຮມ Melia ທີ່ຮ່າໂນ້ຍ, ທ່ານ Ri Yong Ho ລັດຖະມົນຕີການຕ່າງປະເທດ ສປປ.ເກົາຫຼີ ຖະແຫຼງວ່າ ສປປ.ເກົາຫຼີ ພຽງແຕ່ສະເໜີໃຫ້ຍົກເລີກມາດຕະການລົງໂທດສ່ວນໜຶ່ງ ເພື່ອແລກເອົາການລົບລ້າງເຂດນິວເຄຼຍຫຼັກຢູ່ Yongbyon.

        ເມື່ອຕອບສໍາພາດຕໍ່ນັກຂ່າວ Fox News, ທ່ານ Donald Trump ໃຫ້ຮູ້ວ່າ: “ສປປ.ເກົາຫຼີ ຢາກປອດນິວເຄຼຍຢູ່ບາງບ່ອນເທົ່ານັ້ນ, ຫາກຂ້າພະເຈົ້າ ຢາກປອດນິວເຄຼຍຢູ່ທຸກບ່່ອນ”. ຂ້າພະເຈົ້າບໍ່ຢາກລົບລ້າງມາດຕະການລົງໂທດ ຈົນຮອດເວລາໃດພວກເຮົາມີແຜນການຢ່າງແທ້ຈິງ”. ທ່ານ Donald Trump ກໍຖືວ່າ ສປປ.ເກົາຫຼີ ຍັງບໍ່ທັນພ້ອມແລ້ວເພື່ອປະຕິບັດສິ່ງດັ່ງກ່າວ”. ຕາມທ່ານ ປະທານາທິບໍດີ ອາເມລິກາ ແລ້ວ, ເພື່ອຕອບສະໜອງເປົ້າໝາຍຂອງ ອາເມລິກາ ແມ່ນ “ປອດນິວເຄຼຍຢ່າງສິ້ນເຊີງ ແລະ ສາມາດກວດກາຕົວຈິງໄດ້”ນັ້ນ,  ຄວນມີ “ຂໍ້ຕົກລົງທີ່ເຄັ່ງຄັດກວ່າ”, ພ້ອມທັງຢັ້ງຢືນ “ນີ້ແມ່ນຂໍ້ຕົກລົງເຊິ່ງພວກເຮົາຕ້ອງບັນລຸໄດ້”.

        ຕີລາຄາກ່ຽວກັບກອງປະຊຸມສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2 ທີ່ຈັດຂຶ້ນຢູ່ຮ່າໂນ້ຍຜ່ານມາ, ນັກວິເຄາະຈໍານວນໜຶ່ງ ໄດ້ຍົກໃຫ້ເຫັນຄວາມອາດສາດມາດ “ສ້າງພື້ນຖານໃຫ້ແກ່ຄວາມຄືບໜ້າໃນອະນາຄົດ” ເຊິ່ງກອງປະຂຸມນໍາມາໃຫ້, ພ້ອມທັງຍອມຮັບວ່າກອງປະຊຸມສຸດຍອດຄັ້ງນີ້ ແມ່ນຈໍາເປັນ”.

        ທ່ານ Paik Hak Soon ປະທານ ສະຖາບັນ Sejong ຂອງ ສ.ເກົາຫຼີ ໃຫ້ຂໍ້ສັງເກດວ່າ ນັບທັງເມື່ອສອງຝ່າຍບໍ່ບັນລຸໄດ້ຂໍ້ຕົກລົງນັ້ນ, ເລື່ອງການນໍາຂັ້ນສູງສຸດຂອງສອງປະເທດ ໄດ້ເຈລະຈານໍາກັນ ແລະ ຢັ້ງຢືນຄືນໃໝ່ບັນດາບັນຫາທີ່ຍັງຄົງຄ້າງ ແມ່ນມີປະໂຫຍດຫຼາຍ, ອັນໄດ້ຊ່ວຍຊຸກຍູ້ວິວັດການປອດນິວເຄຼຍ ແລະ ລົບລ້າງມາດຕະການລົງໂທດໃນອະນາຄົດ.

        ນັກວິຊາການ David Kim ສັງກັດສູນຄົ້ນຄວ້າ Stimson (ອາເມລິກາ) ເນັ້ນໜັກວ່າ ການພົວພັນລະຫວ່າງການນໍາ ອາເມລິກາ ແລະ ສປປ.ເກົາຫຼີ ໃນປັດຈຸບັນ ພຽງເປັນການເປີດສາກເທົ່ານັ້ນ, ຕໍ່ມາຈະມີການຜັນແປຫຼາຍຢ່າງ ດ້ວຍຄວາມຮູ້ສຶກຕ່າງໆ. ຂໍພຽງຢ່າງດຽວວ່າ ສອງຝ່າຍເຄົາລົບບັນດາຄໍາໝັ້ນສັນຍາທີ່ໄດ້ຍົກອອກມາ ແນ່ນອນວ່າ ຈະບັນລຸໝາກຜົນຕັ້ງໜ້າໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ