ທ່ານປະທານາທິບໍດີ ອາເມລິກາ Donald Trump ອອກໂຮງໝໍກັບຄືນທຳນຽບຂາວ

(VOVWORLD) - ທ່ານປະທານາທິບໍດີ Trump ຈະສືບຕໍ່ໄດ້ຮັບການປິ່ນປົວ ແລະ ເບິ່ງແຍງດູແລຢູ່ທຳນຽບຂາວ ດ້ວຍຖັນແຖວແພດໝໍແຖວໜ້າຂອງໂລກ.
ທ່ານປະທານາທິບໍດີ ອາເມລິກາ Donald Trump ອອກໂຮງໝໍກັບຄືນທຳນຽບຂາວ - ảnh 1ທ່ານ Donald Trump  ອອກຈາກໂຮງໝໍການທະຫານ Walter Reed (ພາບ: AP)

  ຕອນຄ່ຳວັນທີ 5 ຕຸລາ (ຕາມເວລາ ອາເມລິກາ), ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ອອກໂຮງໝໍເພື່ອກັບຄືນທຳນຽບຂາວ ພາຍຫລັງໄດ້ຮັບການປິ່ນປົວພະຍາດໂຄວິດ-19 ນັບແຕ່ວັນສຸກອາທິດກ່ອນ. ພາຍຫລັງອອກຈາກໂຮງໝໍການທະຫານ Walter Reed ແລ້ວ, ທ່ານ Donald Trump ໄດ້ຍົກອອກຄຳຖະແຫຼງຜ່ານສື່ສັງຄົມອອນລາຍ Twitter ວ່າ ທ່ານຈະກັບຄືນສູ່ການເຄື່ອນໄຫວຫາສຽງເລືອກຕັ້ງໂດຍໄວ.

        ກ່ອນໜ້ານັ້ນ, ທ່ານປະລິນຍາເອກ Sean Conley, ທ່ານໝໍຂອງທ່ານ Donald Trump ໃຫ້ຮູ້ວ່າ: ສຸຂະພາບຂອງທ່ານ Donald Trump ໃນ 24 ຊົ່ວໂມງຜ່ານມາ ສືບຕໍ່ມີອາການດີຂຶ້ນ. ທ່ານປະລິນຍາເອກ Sean Conley ກໍ່ເນັ້ນໜັກວ່າ ທ່ານປະທານາທິບໍດີ Trump ຈະສືບຕໍ່ໄດ້ຮັບການປິ່ນປົວ ແລະ ເບິ່ງແຍງດູແລຢູ່ທຳນຽບຂາວ ດ້ວຍຖັນແຖວແພດໝໍແຖວໜ້າຂອງໂລກ.

 

ຕອບກັບ

ຂ່າວ/ບົດ​ອື່ນ