ທ່ານປະທານາທິບໍດີ ອາເມລິກາ Donald Trump ເລີ່ມຕົ້ນການຢ້ຽມຢາມພາກພື້ນ ອາຊີ

(VOVWORLD) - ວັນທີ 03 ພະຈິກ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ເດີນທາງອອກຈາກນະຄອນຫລວງ ວໍຊິງຕັນ, ເລີ່ມຕົ້ນການຢ້ຽມຢາມ 5 ປະເທດພາກພື້ນ ອາຊີ ທີ່ແກ່ຍາວເປັນເວລາເກືອບ 2 ອາທິດ. 
ທ່ານປະທານາທິບໍດີ ອາເມລິກາ Donald Trump ເລີ່ມຕົ້ນການຢ້ຽມຢາມພາກພື້ນ ອາຊີ - ảnh 1 ທ່ານປະທານາທິບໍດີ Donald Trump ຈະຢ້ຽມຢາມ ຍີ່ປຸ່ນ, ສ.ເກົາຫຼີ, ຈີນ, ຫວຽດນາມ ແລະ ຟີລິບປີນ (ພາບ: Getty Images)

ທ່ານປະທານາທິບໍດີ Donald Trump ຈະຢ້ຽມຢາມ ຍີ່ປຸ່ນ, ສ.ເກົາຫຼີ, ຈີນ, ຫວຽດນາມ ແລະ ຟີລິບປີນ ເຊິ່ງແຕ່ວັນທີ 03 – 15 ພະຈິກ 2017. ການຢ້ຽມຢາມແມ່ນແນໃສ່ເນັ້ນໜັກເຖິງຄຳໝັ້ນສັນຍາຂອງທ່ານປະທານາທິບໍດີ Donald Trump ສ ຳລັບບັນດາການພົວພັນສຳພັນທະມິດ ແລະ ຄູ່ຮ່ວມມືດົນນານຂອງ ອາເມລິກາ, ພ້ອມທັງຢືນຢັນຄືນໃໝ່ຄຳໝັ້ນສັນຍາເສລີ ແລະ ເປີດອົກເປີດໃຈ ຊຸກຍູ້ພາກພື້ນມະຫາສະໝຸດອິນເດຍ - ມະຫາສະໝຸດປາຊີຟິກ

        ວັນທີ 10 ພະຈິກ, ທ່ານປະທານາທິບໍດີ Donald Trump ຈະມາຮອດ ດ່າໜັງ (ຫວຽດນາມ) ເຂົ້າຮ່ວມກອງປະຊຸມຂັ້ນສູງເວທີປາໄສເສດຖະກິດ ອາຊີ - ປາຊີຟິກ (APEC) ແລະ ມີບົດກ່າວປາໄສຢູ່ກອງປະຊຸມບັນດາຜູ້ອຳນວຍການໃຫຍ່ວິສາຫະກິດຂອງ APEC.

ຕອບກັບ

ຂ່າວ/ບົດ​ອື່ນ