ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Joe Biden: ​ຈັດ​ສົ່ງ​ທະ​ຫານ ອາ​ເມ​ລິ​ກາ ໄປ​ຍັງ ຢູ​ແກຼນ ບໍ່​ແມ່ນ​ການ​ເລືອກ​ເຟັ້ນ

(VOVWORLD) -ທ່ານປະທານາທິບໍດີ Joe Biden ໃຫ້ຮູ້ວ່າ ອາເມລິກາ ບໍ່ພິຈາລະນາການຈັດສົ່ງທະຫານໄປຍັງ ຢູແກຼນ ໃນສະພາບທີ່ຄວາມວິຕົກກັງວົນເພີ່ມຂຶ້ນກ່ຽວກັບຄວາມສາມາດອາດຈະເກີດການບຸກໂຈມຕີທາງການທະຫານຂອງ ລັດເຊຍ ຕໍ່ປະເທດບ້ານໃກ້ເຮືອນຄຽງ.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Joe Biden: ​ຈັດ​ສົ່ງ​ທະ​ຫານ ອາ​ເມ​ລິ​ກາ ໄປ​ຍັງ ຢູ​ແກຼນ ບໍ່​ແມ່ນ​ການ​ເລືອກ​ເຟັ້ນ - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden ກ່າວຄຳເຫັນຕໍ່ວົງການນັກຂ່າວ (ພາບ: AFP/ Getty Images)

  ວັນທີ 8 ທັນວາ, ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ທຳນຽບຂາວ ກ່ອນທີ່ຈະອອກເດີນທາງໄປຢ້ຽມຢາມ ນະຄອນ Kansas ຂຶ້ນກັບລັດ Missouri, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ຢັ້ງຢືນວ່າ: ຕາມມາດຕາທີ 5 ຂອງ ສົນທິສັນຍາ, ພວກຂ້າພະເຈົ້າມີພັນທະທາງດ້ານຄຸນສົມບັດ ແລະ ພັນທະດ້ານນິຕິກຳ ຕໍ່ບັນດາສຳພັນທະມິດ NATO ຂອງຕົນ ຖ້າເຂົາເຈົ້າຖືກບຸກໂຈມຕີ. ນັ້ນແມ່ນພັນທະທີ່ສັກກະລະບູຊາ. ພັນທະນັ້ນບໍ່ເປີດກ້ວາງກັບ ຢູແກຼນ. ແຕ່ສິ່ງນັ້ນກໍ່ຈະຂຶ້ນກັບສິ່ງທີ່ບັນດາປະເທດ NATO ທີ່ຍັງເຫຼືອ ກຽມພ້ອມປະຕິບັດ. ແນວຄິດທີ່ວ່າ ອາເມລິກາ ຈະນຳໃຊ້ອາວຸດພຽງລຳພັງຝ່າຍດຽວ ເພື່ອສູ້ຢັນກັນກັບ ລັດເຊຍ ຖ້າຫາກວ່າ ລັດເລຍ ຢຶດຄອງ ຢູແກຼນ ບໍ່ແມ່ນການເລືອກເຟັ້ນໃນຈຸດເວລານີ້.

ຟ້າມຮວນ, ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ