ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Joe Biden ຈະ​ສຸມ​ໃສ່​ໂລກ​ລະ​ບາດ​ໂຄວິດ - 19 ແລະ ຈີນ ຢູ່ກອງ​ປະ​ຊຸມ​ການ​ນຳ​ກຸ່ມ G7

(VOVWORLD) -ກອງປະຊຸມທາງອອນລາຍໃນວັນທີ 19 ກຸມພາ ແມ່ນກອງປະຊຸມຄັ້ງທຳອິດຂອງທ່ານ ປະທານາທິບໍດີ Joe Biden ກັບການນຳບັນດາປະເທດຕ່າງໆໃນກຸ່ມ G7 ລວມມີ ອັງກິດ, ຍີ່ປຸ່ນ, ຝລັ່ງ, ເຢຍລະມັນ, ອີຕາລີ ແລະ ການາດາ.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Joe Biden ຈະ​ສຸມ​ໃສ່​ໂລກ​ລະ​ບາດ​ໂຄວິດ - 19 ແລະ ຈີນ ຢູ່ກອງ​ປະ​ຊຸມ​ການ​ນຳ​ກຸ່ມ G7 - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden (ພາບ: Reuters)

ກອງປະຊຸມບັນດາການນຳ 7 ປະເທດອຸດສາຫະກຳພັດທະນາ (G7) ຈະຈັດຂຶ້ນຕາມຮູບການທາງອອນລາຍໃນວັນທີ 19 ກຸມພາ (ຕາມເວລາ ອາເມລິກາ). ທ່ານປະທານາທິບໍດີ ອາເມລິກາ Joe Biden ຈະເຂົ້າຮ່ວມເຫດການນີ້, ເຊິ່ງຄາດວ່າ ຈະສຸມໃສ່ບັນດາຫົວຂໍ້ກ່ຽວກັບ ໂຄວິດ - 19 ແລະ ຈີນ.

        ວັນທີ 18 ກຸມພາ, ທ່ານ Jen Psaki ໂຄສົກທຳນຽບຂາວ ໃຫ້ຮູ້ວ່າ, ທ່ານປະທານາທິບໍດີ Joe Biden ຈະປຶກສາຫາລືກ່ຽວກັບການຮັບມືກັບໂລກລະບາດໂຄວິດ - 19 ໃນທົ່ວໂລກ ລວມມີ ການຜະລິດວັກຊິນ, ແຈກຢາຍແຫຼ່ງສະໜອງ ແລະ ຄວາມມານະພະຍາຍາມປ້ອງກັນ, ຕ້ານການລະບາດຄືນໃໝ່. ທ່ານປະທານາທິບໍດີ Joe Biden ກໍ່ຈະປຶກສາຫາລືບັນດາມາດຕະການຟື້ນຟູເສດຖະກິດທົ່ວໂລກ ແລະ ຄວາມສຳຄັນໃນການອັບເດດບັນດາບົດບາດທົ່ວໂລກ ເພື່ອແນໃສ່ຮັບມືກັບບັນດາສິ່ງທ້າທາຍດ້ານເສດຖະກິດຄືບັນດາສິ່ງທ້າທາຍຈາກ ຈີນ.

        ກອງປະຊຸມທາງອອນລາຍໃນວັນທີ 19 ກຸມພາ ແມ່ນກອງປະຊຸມຄັ້ງທຳອິດຂອງທ່ານ ປະທານາທິບໍດີ Joe Biden ກັບການນຳບັນດາປະເທດຕ່າງໆໃນກຸ່ມ G7 ລວມມີ ອັງກິດ, ຍີ່ປຸ່ນ, ຝລັ່ງ, ເຢຍລະມັນ, ອີຕາລີ ແລະ ການາດາ.

ຟ້າມຮວນ, ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ