ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Joe Biden ເດ​ີນ​ທາງ​ໄປ​ປະ​ເທດ ອິດ​ສະ​ຣາ​ແອັນ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມພາກ​ພື້ນ​ຕາ​ເວັນ​ອອກ​ກາງ​ຢ່າງ​ເປັນ​ທາງ​ການ

(VOVWORLD) - ຕອນບ່າຍວັນທີ 13 ກໍລະກົດ (ຕາມເວລາທ້ອງຖິ່ນ), ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ເດີນທາງໄປຮອດ ອິດສະຣາແອັນ, ເລີ່ມຕົ້ນການຢ້ຽມຢາມພາກພື້ນ ຕາເວັນອອກກາງຢ່າງເປັນທາງການ ເຊິ່ງເປັນການຢ້ຽມຢາມຄັ້ງອຳທິດຂອງທ່ານ ໃນຖານະເປັນປະທານາທິບໍດີ ອາເມລິກາ.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Joe Biden ເດ​ີນ​ທາງ​ໄປ​ປະ​ເທດ ອິດ​ສະ​ຣາ​ແອັນ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມພາກ​ພື້ນ​ຕາ​ເວັນ​ອອກ​ກາງ​ຢ່າງ​ເປັນ​ທາງ​ການ - ảnh 1ທ່ານປະທານາທິບໍດີ Isaac Herzog (ເບື້ອງຊ້າຍ) ແລະ ທ່ານນາຍົກລັດຖະມົນຕີ Yair Lapid (ເບື້ອງຂວາ) ຕ້ອນຮັບທ່ານປະທານາທິບໍດີ ອາເມລິກາ Joe Biden (ພາບ: TTXVN)

ຕອນບ່າຍວັນທີ 13 ກໍລະກົດ (ຕາມເວລາທ້ອງຖິ່ນ), ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ເດີນທາງໄປຮອດ ອິດສະຣາແອັນ, ເລີ່ມຕົ້ນການຢ້ຽມຢາມພາກພື້ນ ຕາເວັນອອກກາງຢ່າງເປັນທາງການ ເຊິ່ງເປັນການຢ້ຽມຢາມຄັ້ງອຳທິດຂອງທ່ານ ໃນຖານະເປັນປະທານາທິບໍດີ ອາເມລິກາ. ຕິດຕາມໄປນຳທ່ານ Joe Biden ມີເຈົ້າໜ້າທີ່ທຳນຽບຂາວ ປະມານ 50 ທ່ານ, ໃນນັ້ນ ມີທ່ານລັດຖະມົນຕີການຕ່າງປະເທດ Anthony Blinken, ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ທ່ານ Jake Sullivan….

        ຕາມແຜນການແລ້ວ, ວັນທີ 14 ກໍລະກົດ, ທ່ານ Joe Biden ຈະມີການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Yair Lapid, ທ່ານປະທານາທິບໍດີ Isaac Herzog ແລະ ການນຳຝ່າຍຄ້ານໃນສະພາແຫ່ງຊາດ ອິດສະຣາແອັນທ່ານ Benjamin Netanyahu. ຫຼັງຈາກນັ້ນ, ທ່ານ Joe Biden ຈະເຂົ້າຮ່ວມກອງປະຊຸມຂັ້ນສູງ I2U2 ແບບທາງໄກຄັ້ງທຳອິດ ດ້ວຍການເຂົ້າຮ່ວມຂອງບັນດາການນຳ ອາເມລິກາ, ອິດສະຣາແອັນ, ອິນເດຍ ແລະ ສະຫະລັດ ອາຣັບ ເອມມີເລດ (UAE). ວັນທີ 15 ກໍລະກົດ, ທ່ານ Joe Biden ຈະພົບປະກັບທ່ານປະທານາທິບໍດີ ປາແລັດສະຕິນ Mahmoud Abbas, ກ່ອນທີ່ຈະຂຶ້ນຍົນ ໄປຢ້ຽມຢາມ ອາຣັບບິ ຊະອຸດິ.


ຕອບກັບ

ຂ່າວ/ບົດ​ອື່ນ